ກິນຖົ່ວລຽນ ພ້ອມກັບດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ອັນຕະລາຍແທ້ບໍ່? - ອິດສະຫຼະ

ກິນຖົ່ວລຽນ ພ້ອມກັບດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ອັນຕະລາຍແທ້ບໍ່?



ຖົ່ວລຽນ (Durio zibethinus Murray) ຫຼື ພາສາອັງກິດເອີ້ນວ່າ Durian ເປັນພືດໃນວົງ BOMBACACEAE ພືດຕະກູນນີ້ເປັນໄມ້ພື້ນເມືອງຂອງພູມມິພາກອາຊີຕາເວັນອອກສຽງໃຕ້ ປັດຈຸບັນປະເທດໄທມີການຜະລິດຖົ່ວລຽນຫຼາຍທີ່ສຸດ ຮອງລົງມາຄືອິນໂດເນເຊຍ ແລະ ຟິລິບປິນ ຖົ່ວລຽນມີຄຸນຄ່າທາງອາຫານສູງ ແລະ ໃຫ້ພະລັງງານສູງເຊັ່ນກັນ (ປະມານ 124 ກິໂລແຄລໍຣີ/100 ກຣາມ) ເພາະອຸດົມໄປດ້ວຍຄາໂດໄຮເດຼດ, ໂປຼຕີນ, ໄຂມັນ ແລະ ມີແຮ່ທາດຫຼາຍຊະນິດເຊັ່ນ: ໂພແທສຊຽມ, ຟອສຟໍຣັສ, ແຄວຊຽມ ນອກຈານີ້ຖົ່ວລຽນຍັງມີສານປະກອບຊັດເຟີ ຫຼື ກຳມະຖັນເຊັ່ນ: thiols, thioethers, ester ແລະ sulphides ເຊິ່ງເຮັດໃຫ້ຖົ່ວລຽນມີກິ່ນສະເພາະທີ່ຮຸນແຮງ (ທີ່ຫຼາຍໆຄົນບໍ່ມັກ) ແລະ ສານສຳຄັນທີ່ພົບໃນຖົ່ວລຽນຄືສານໃນກຸ່ມ ຄາໂຣທີນອຍ, ຟາໂວນອຍ ແລະ ໂພລິຟີນໍ.

ການສຶກສາລິດທາງການຢາພົບວ່າ ຖົ້ວລຽນມີລິດຕ້ານອະນຸມູນອິດສະຫຼະ ແລະ ລິດໃນການຫຼຸດໄຂມັນໃນເລືອດ ແຕ່ຍັງເປັນພຽງການສຶກສາໃນຂັ້ນທົດລອງ ແລະ ສັດທົດລອງເທົ່ານັ້ນ ນອກຈາກນີ້ຍັງມີການສຶກສາພົບວ່າມີສານ polysaccharide gel ທີ່ໄດ້ຈາກເປືອກຖົ່ວຮຽນມີລິດຕ້ານເຊື້ອແບັດທີເຣຍຫຼາຍຊະນິດ ແລະ ເມື່ອນຳໄປປະສົມໃນອາຫານສັດກໍ່ພົບວ່າສາມາດຊ່ວຍກະຕຸ້ນການຈະເລີນເຕີບໃຫຍ່ ແລະ ເພີ່ມພູມຄຸ້ມກັນໃຫ້ກັບກຸ້ງໄດ້ ແລະ ມີການນຳສານດັ່ງກ່າວໄປພັດທະນາໃສ່ຢາຕິດບາດ ເຊິ່ງພົບວ່າສາມາດສະມານບາດແຜ ແລະ ຫຼຸດການອັກເສບໄດ້ເປັນຢ່າງດີ.

ຫຼາຍຄົນຄົງເຄີຍໄດ້ຍິນມາແລ້ວວ່າ "ຢ່າກິນຖົ່ວລຽນພ້ອມກັບເຄື່ອງດື່ມທີ່ມີທາດເຫຼົ້າ" ແລ້ວຄວາມຈິງມັນເປັນແບບໃດ ແລະ ກໍ່ໄດ້ມີການພິສູດຄວາມເຊື່ອນີ້ ໂດຍພົບວ່າການກິນຂອງທັງສອງຢ່າງນີ້ພ້ອມກັນ ຈະມີຜົນເຮັດໃຫ້ເອນຊາຍ aldehyde dehydrogenase ຫຼຸດລົງ ເຊິ່ງເອນຊາຍດັ່ງກ່າວມີໜ້າທີ່ປ່ຽນສານ aldehyde ໃຫ້ກາຍເປັນສານອື່ນແລ້ວຖືກກຳຈັດອອກຈາກຮ່າງກາຍຕໍ່ໄປ (aldehyde ເປັນສານພິດທີ່ໄດ້ຈາກຂະບວນການເຜົາຜານທາດເຫຼົ້າເປັນພະລັງງານ) ສົ່ງຜົນໃຫ້ສານ aldehyde ເກີດການສະສົມໃນຮ່າງກາຍ ແລະ ເຮັດໃຫ້ເກີດອາການໜ້າແດງ, ມຶນຊາ, ວິນ ແລະ ຮາກນັ້ນເອງ.

ເຖິງແມ່ນຈະມີການສຶກາວ່າຖົ່ວລຽນມີລິດຫຼຸດໄຂມັນໃນເລືອດ ແຕ່ຖົ່ວລຽນເປັນໝາກໄມ້ທີ່ມີແປ້ງ ແລະ ນ້ຳຕານສູງ ຈຶ່ງບໍ່ເໝາະສົມສຳລັບຜູ້ທີ່ມີໂລກປະຈຳຕົວເຊັ່ນ: ໂລກເບົາຫວານ, ໂລກຫົວໃຈ ແລະ ໂລກຄວາມດັນເລືອດສູງ ເຊິ່ງຕ້ອງຄວບຄຸມປະລິມານນ້ຳຕານ ແລະ ໄຂມັນໃນເລືອດ ສຳລັບຄົນປົກກະຕິເອງກໍ່ບໍ່ແມ່ນວ່າຈະກິນຖົ່ວລຽນໄດ້ເຕັມທີ່ແບບບໍ່ຈຳກັດ ເຊິ່ງການກິນຖົ່ວລຽນ 4-6 ໃນຈະເຮັດໃຫ້ຮ່າງກາຍເກີດຄວາມຮ້ອນສູງ ສ່ຽງຕໍ່ການການຂາດນ້ຳໄດ້ ແລະ ແນະນຳວ່າບໍ່ຄວນກິນເກີນ 2 ໃນ, ສຳລັບຄົນທາດໄຟ ການກິນຖົ່ວລຽນເຮັດໃຫ້ເກີດອາການຮ້ອນໃນ ແລະ ເຈັບຄໍໄດ້ງ່າຍ ວິທີປ້ອງກັນຄືກິນນ້ຳໃສ່ເກືອເຄິ່ງບວງກາເຟ ຫຼື ກິນນ້ຳຫຼາຍໆ ເພື່ອຂັບໄລ່ກຳມະຖັນ ແລະ ຊ່ວຍຫຼຸດອາການຮ້ອນໃນໄດ້.

ໃນເມື່ອທ່ານຮູ້ຄຸນປະໂຫຍດ ແລະ ໂທດ ພ້ອມທັງວິທີ ແລະ ປະລິມານການກິນທີ່ຖືກຕ້ອງແລ້ວ ກໍ່ຢ່າລໍຊ້າທີ່ຈະແບ່ງປັນເລື່ອງລາວດີໆນີ້ຕໍ່ໆກັນ.

No comments

Powered by Blogger.