ຈີນສົ່ງເຮືອບິນຮົບ 2 ລຳ ຂຶ້ນທຽບເຮືອບິນປາບເຮືອນໍ້າດຳສະຫະລັດ ທີ່ເຂົ້າມາໃນເຂດທະເລຈີນໃຕ້ - ອິດສະຫຼະ

ຈີນສົ່ງເຮືອບິນຮົບ 2 ລຳ ຂຶ້ນທຽບເຮືອບິນປາບເຮືອນໍ້າດຳສະຫະລັດ ທີ່ເຂົ້າມາໃນເຂດທະເລຈີນໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 27 ພຶດສະພາ 2017 ວ່າ: ໂຄສົກກະຊວງປ້ອງກັນປະເທດສະຫະລັດກ່າວວ່າ ເຮືອບິນຂັບໄລ່ລຸ້ນ J-10 ຂອງຈີນ 2 ລຳ ບິນຂຶ້ນທຽບເຮືອບິນປາບເຮືອດຳນ້ຳ P-3 Orion ທີ່ຢູ່ລະຫວ່າງການປະຕິບັດການລາດຕະເວັນໃນເຂດນ່ານຟ້າສາກົນເໜືອທະເລຈີນໃຕ້ ຫ່າງຈາກເຂດນ່ານຟ້າຂອງຮອງກົງໄປທາງຕາເວັນອອກສຽງໃຕ້ປະມານ 240 ກມ ໂດຍເຫດການດັ່ງກ່າວເກີດຂຶ້ນເມື່ອວັນພຸດທີ່ຜ່ານມາ ເຊິ່ງເຮືອບິນຮົບຂອງຈີນຢູ່ຫ່າງຈາກເຮືອບິນຂອງສະຫະລັດອາເມຣິກາພຽງ 180 ແມັດ.


ເຖິງຢ່າງໃດກໍ່ຕາມເຫດການທີ່ເກີດຂຶ້ນບໍ່ແມ່ນເລື່ອງເໜືອຄວາມຄາດໝາຍ ເນື່ອງຈາກເກີດຂຶ້ນໃນເວລາດຽວກັນທີ່ເຮືອຮົບ USS Dewey ຂອງສະຫະລັດເດີນທາງເຂົ້າໃກ້ເຂດປະກາລັງມິສຊິບ ເຊິ່ງເປັນສ່ວນໜຶ່ງຂອງໝູ່ເກາະສະແປຼດລີ ຕັ້ງຢູ່ກາງທະເລຈີນໃຕ້ ແລະ ລອຍລຳຢູ່ຫ່າງຈາກເຂດປະກາລັງມິສຊິບທີ່ຈີນຖົມທະເລບາງສ່ວນເພື່ອສ້າງເກາະທຽມດ້ວຍໄລຍະຫ່າງພຽງ 22 ກິໂລແມັດ ເຮັດໃຫ້ລັດຖະບານຈີນຕ້ອງອອກມາປະນາມສະຫະລັດ.

No comments

Powered by Blogger.