ຜູ້ນຳກອງທັບຟິລິບປິນກ່າວ ຈະທວງຄືນມາຣາວີ ໃຫ້ໄດ້ພາຍໃນອາທິດໜ້າ - ອິດສະຫຼະ

ຜູ້ນຳກອງທັບຟິລິບປິນກ່າວ ຈະທວງຄືນມາຣາວີ ໃຫ້ໄດ້ພາຍໃນອາທິດໜ້າ



ສຳນັກຂ່າວຕ່າງປະເທດລາຍງານ 27 ພຶດສະພາ 2017 ວ່າ: ພົນເອກ ເອດູອາໂກ ອາໂນ ຜູ້ບັນຊາການທະຫານສູງສຸດຂອງຟິລິບປິນກ່າວໃນມື້ນີ້ວ່າ ເຈົ້າໜ້າທີ່ເຊື່ອໝັ້ນວ່າທ້າວ ອິສນີລອນ ຮາປີລອນ ຜູ້ບັນຊາການອາວຸໂສຂອງກຸ່ມອາບູ ໄຊຢາບ ຍັງຄົງຫຼີ້ຢູ່ໃນເມືອງມາຣາວີ ໂດຍມີອາການໄດ້ຮັບບາດເຈັບທີ່ເປັນຜົນຈາກປະຕິບັດການໂຈມຕີທາງອາກາດຂອງກອບທັບ ເມື່ອເດືອນ ມັງກອນ ທີ່ຜ່ານມາ ຂະນະທີ່ກຸ່ມເມົາເຕ ເຊິ່ງເປັນພັນທະມິດກັບກຸ່ມອາບູ ໄຊຢາບ ແລະ ເປັນແນວຮ່ວມຂອງກຸ່ມ IS ກຳລັງພະຍາຍາມຢ່າງໜັກໃນການນຳຕົວທ້າວ ຮາປີລອນ ອອກໄປຈາກເມືອງມາຣາວີ.


ນອກຈາກນີ້ ພົນເອກ ອາໂນ ປະກາດເປົ້າໝາຍປິດສາກພາລະກິດໃນເມືອງມາຣາວີໃຫ້ໄດ້ "ພາຍໃນອາທິດໜ້າ" ໂດຍເຈົ້າໜ້າທີ່ພາກພື້ນດິນໃຊ້ວິທີການສຳຫຼວດບ້ານເຮືອນປະຊາຊົນເທື່ອລະຫຼັງ ເພື່ອຄົ້ນຫາກຸ່ມເມົາເຕທີ່ຫຼີ້ຢູ່ ຂະນະທີ່ປະຕິບັດການໂຈມຕີທາງອາກາດຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ ເຊິ່ງພົນເອກ ອາໂນຢືນຢັນວ່າເປັນການກຳນົດເປົ້າໝາຍທີ່ຊັດເຈນ ແລະ ເປັນການໂຈມຕີໃນວົງຈຳກັດ ເພື່ອໃຫ້ເກີດຄວາມສູນເສຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນໜ້ອຍທີ່ສຸດ ແລະ ຍອມຮັບວ່າການທີ່ປະຊາຊົນບາງສ່ວນປະຕິເສດອົບພະຍົບຈາກເຂດດັ່ງກ່າວ ໂດຍໃຫ້ເຫດຜົນກ່ຽວກັບຄວາມເປັນຫ່ວງເລື່ອງຊັບສິນ ເປັນເລື່ອງທີ່ເຈົ້າໜ້າທີ່ເຂົ້າໃຈ ເຖິງແມ່ນວ່າຈະເຮັດໃຫ້ປະສິດທິພາບການປະຕິບັດງານຫຼຸດລົງກໍ່ຕາມ.




No comments

Powered by Blogger.