ກຸ່ມຫົວຮຸນແຮງທີ່ຢຶດເມືອງມາຣາວີ ປະເທດຟິລິບປິນ ຂ້າປະຊາຊົນໄປແລ້ວ 19 ຄົນ - ອິດສະຫຼະ

ກຸ່ມຫົວຮຸນແຮງທີ່ຢຶດເມືອງມາຣາວີ ປະເທດຟິລິບປິນ ຂ້າປະຊາຊົນໄປແລ້ວ 19 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 28 ພຶດສະພາ 2017 ວ່າ: ກອງທັບຟິລິບຟິນອອກຖະແຫຼງການໃນມື້ນີ້ວ່າ ສະຖານະການໃນເມືອງມາຣາວີ ຢູ່ເກາະມິນດາເນົາ ພາກໃຕ້ຂອງປະເທດຟິລິບປິນ ຍັງຄົງເຄັ່ງຕຶງຈາກການສູ້ຮົບລະຫວ່າງທະຫານກັບກອງກຳລັງຕິດອາວຸດເມົາເຕ ໂດຍການສູ້ຮົບໄດ້ເລີ່ມມາຕັ້ງແຕ່ວັນອັງຄານ 23 ພຶດສະພາ 2017 ແລະ ສົ່ງຜົນໃຫ້ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນຕ້ອງປະກາດກົດໄອຍະການເສິກຄວບຄຸມທັງ 27 ແຂວງຂອງເກາະມິນດາເນົ້າ ໂດຍມີຜົນທັນທີໃນເບື້ອງຕົ້ນ 60 ວັນ.

ຂະນະທີ່ຈຳນວນຜູ້ເສຍຊີວິດຈາກການສູ້ຮົບລະຫວ່າງທັງສອງຝ່າຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍທະຫານເສຍຊີວິດຢ່າງໜ້ອຍ 13 ຄົນ, ຕຳຫຼວດ 2 ຄົນ ສ່ວນກຸ່ມເມົາເຕເສຍຊີວິດແລ້ວຢ່າງໜ້ອຍ 51 ຄົນ ເຖິງຢ່າງໃດກໍ່ຕາມ ເຈົ້າໜ້າທີ່ພົບການເສຍຊີວິດຂອງປະຊາຊົນແລ້ວຢ່າງໜ້ອຍ 19 ຄົນ ໃນຈຳນວນນີ້ເປັນຜູ້ຍິງ 3 ຄົນ ແລະ ເດັກນ້ອຍ 2 ຄົນ.

ນອກຈາກນີ້ຍັງມີລາຍງານວ່າ ປະຊາຊົນຢ່າງໜ້ອຍ 2,279 ຄົນ ຕິດຄ້າງຢູ່ໃນທ່າມກາງວົງລ້ອມຂອງກຸ່ມເມົາເຕ ເຊິ່ງເຈົ້າໜ້າທີ່ກຳລັງພະຍາຍາມຢ່າງໜັກໃນການຊ່ວຍເຫຼືອທຸກຄົນອອກມາໃຫ້ໄດ້ຢ່າງປອດໄພ ໂດຍໄດ້ຍົກລະດັບຄວາມຮຸນແຮງຂອງປະຕິບັດການທາງທະຫານທັງທາງບົກ ແລະ ທາງອາກາດຕັ້ງແຕ່ວັນເສົາທີ່ຜ່ານມາ ເພື່ອໃຫ້ສະຖານະການຄັ້ງນີ້ຢຸດຕິໄວ້ທີ່ສຸດເທົ່າທີ່ຈະເປັນໄດ້ ຕາມທີ່ມີການກຳນົດເປົ້າໝາຍໄວ້ວ່າພາຍໃນອາທິດຈະມານີ້.

ເຊິ່ງຈຸດເລີ່ມຕົ້ນຂອງເຫດການຄວາມຮຸນແຮງໃນເມືອງມາຣາວີຄັ້ງນີ້ ເກີດຂຶ້ນຍ້ອນກອງທັບປະຕິບັດການຕາມລ່າເພື່ອຈັບກຸມທ້າວ ອິສນິລອນ ຮາປີລອນ ຜູ້ບັນຊາການລະດັບສູງຂອງກຸ່ມອາບູ ໄຊຢາບ ເຊິ່ງກຸ່ມອາບູ ໄຊຢາບ ໄດ້ຂໍຄວາມຊ່ວຍເຫຼືອຈາກກຸ່ມເມົາຕາ ເຊິ່ງທັງສອງກຸ່ມນີ້ຕ່າງກໍ່ເປັນແນວຮ່ວມກັບກຸ່ມ IS ເພື່ອຕີຕ້ານກອງທັບທີ່ໄລ່ລ່າທ້າວ ຮາປີລອນ ຢ່າງໝັກໃນເມືອງມາຣາວີ.

No comments

Powered by Blogger.