ເກົາຫຼີເໜືອປະສົບຄວາມສຳເລັດໃນການທົດລອງລະບົບຂີປະນາວຸດຕໍ່ຕ້ານທາງອາກາດ - ອິດສະຫຼະ

ເກົາຫຼີເໜືອປະສົບຄວາມສຳເລັດໃນການທົດລອງລະບົບຂີປະນາວຸດຕໍ່ຕ້ານທາງອາກາດ



ສຳນັກຂ່າວ KCNA ຂອງທາງການເກົາຫຼີເໜືອລາຍງານໃນມື້ນີ້ 28 ພຶດສະພາ 2017 ວ່າ ເກົາຫຼີເໜືອໄດ້ມີການທົດລອງລະບົບຕໍ່ຕ້ານທາງອາກາດ ທີ່ດຳເນີນການໂດຍມະຫາວິທະຍາໄລວິທະຍາສາດປ້ອງກັນປະເທດ (ANDS) ແຕ່ບໍ່ໄດ້ລາຍງານວັນ ແລະ ເວລາຂອງການທົດລອງຄັ້ງດັ່ງກ່າວຢ່າງຊັດເຈນ.


ເຊິ່ງຖະແຫຼງຂ່າວຂອງສຳນັກຂ່າວ KCNA ໄດ້ມີການລາຍງານຕື່ມວ່າ ທ່ານ ຄິມ ຈອງອຶນ ໄດ້ບັນຊາການທົດລອງລະບົບອາວຸດນຳວິຖີຕໍ່ຕ້ານອາກາດລຸ້ນໃໝ່ດ້ວຍຕົນເອງ ເຊິ່ງປະສົບຄວາມສຳເລັດຢ່າງສວຍງາມ ທ່ານ ຄິມ ໄດ້ສັ່ງໃຫ້ມີການຜະລິດລະບົບລຸ້ນນີ້ຈຳນວນຫຼາຍ ແລະ ຕິດຕັ້ງລະບົບທົ່ວປະເທດ ເພື່ອທຳລາຍຄວາມຝັນທີ່ບ້າສົງຄາມຂອງສັດຕູ ທີ່ຄິດຈະເຂົ້າຄອງເຂດນ່ານຟ້າຂອງເກົາຫຼີເໜືອ.


No comments

Powered by Blogger.