ປະຊາຊົນສີລັງກາເຄິ່ງລ້ານຄົນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ຕາຍເປັນຈຳນວນຫຼາຍ - ອິດສະຫຼະ

ປະຊາຊົນສີລັງກາເຄິ່ງລ້ານຄົນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ຕາຍເປັນຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ 28 ພຶດສະພາ 2017 ວ່າ: ຄຸນບໍລິຫານຈັດການໄພພິບັດແຫ່ງຊາດຂອງສີລັງກາ (DMC) ລາຍງານຈຳນວນຜູ້ເສຍຊີວິດຈາກເຫດນ້ຳຖ້ວມຄັ້ງໃຫຍ່ທີ່ເປັນຜົນຈາກພາຍຸຝົນທີ່ຕົກຕໍ່ເນື່ອງໝົດທິດທີ່ຜ່ານມາ ວ່າມີຜູ້ເສຍຊີວິດຢ່າງໜ້ອຍ 126 ຄົນ ແລະ ທິດທາງຈະເພີ່ມຂຶ້ນອີກ ເນື່ອງຈາກຍັງຄົງມີຜູ້ສູນຫາຍອີກ 97 ຄົນ ໂດຍໜຶ່ງໃນເຂດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຄືເຂດກາລູຕາຣາ ເຊິ່ງມີລາຍງານການເກີດດິນເຈື່ອນແລ້ວຢ່າງໜ້ອຍ 3 ຄັ້ງ.


ຂະນະທີ່ກະຊວງການຕ່າງປະເທດສີສັງກາຢືນຄຳຮ້ອງສຸກເສີນເຖິງສະຫະປະຊາຊາດ (UN) ເພື່ອຂໍຮັບຄວາມຊ່ວຍເຫຼືອດ້ານມະນຸດຢ່າງເລັ່ງດ່ວນແລ້ວ ໂດຍມີລາຍງານວ່າອິນເດຍເຊິ່ງເປັນໜຶ່ງໃນປະເທດເພື່ອນບ້ານຂອງສີລັງກາ ແລະ ເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸດໃນອາຊີໃຕ້ເລີ່ມສົ່ງມອບຄວາມຊ່ວຍເຫຼືອຜ່ານທາງເຮືອ ໄດ້ມອບທັງອາຫານ ແລະ ຢາ ລວມທັງເຮືອ ພ້ອມເຈົ້າໜ້າທີ່ອີກຈຳນວນໜຶ່ງເດີນທາງໄປຍັງສີລັງກາແບບເລັ່ງດ່ວນ ເພື່ອຊ່ວຍເຫຼືອປະຊາຊົນໃນເຂດນ້ຳຖ້ວມປະມານ 500,000 ຄົນທີ່ກຳລັງລໍຖ້າຄວາມຊ່ວຍເຫຼືອ.

ໄພນ້ຳຖ້ວມຄັ້ງນີ້ໃນສີລັງກາຖືວ່າມີຄວາມຮຸນແຮງທີ່ສຸດ ນັບຕັ້ງແຕ່ນ້ຳຖ້ວມຄັ້ງໃໝ່ເມື່ອເດືອນ ກຸມພາ 2003 ທີ່ສະຖານະການໃນຕອນນັ້ນສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍເຖິງ 250 ຄົນ ອາຄານບ້ານເຮືອນປະຊາຊົນປະມານ 10,000 ແຫ່ງໄດ້ຮັບຄວາມເສຍຫາຍ.


No comments

Powered by Blogger.