ຜູ້ນຳສະຫະລັດສັ່ງກອງທັບ ຕິດອາວຸດນັກຮົບໃນຊີຣີເພີ່ມ - ອິດສະຫຼະ

ຜູ້ນຳສະຫະລັດສັ່ງກອງທັບ ຕິດອາວຸດນັກຮົບໃນຊີຣີເພີ່ມ



ສຳນັກຂ່າວຕ່າງປະເທດລາຍງານວ່າ: ໂຄສົກປະຈຳທຳນຽມຂາວ ກ່າວວ່າທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ໄດ້ລົງນາມອະນຸມັດຄຳສັ່ງໃຫ້ກະຊວງປ້ອງກັນປະເທດສະຫະລັດເພີ່ມການຕິດອາວຸດແກ່ກອງກຳລັງປ້ອງກັນຕົນເອງຊາວເຄີດ (YPG) ເພື່ອເພີ່ມຂີດຄວາມສາມາດຂອງ YPG ໃນການສູ້ຮົບກັບກຸ່ມ IS ໃນຊີຣີ ໂດຍຄຳສັ່ງໃຫ້ມີຜົນບັງຄັບໃຊ້ທັນທີ ແລະ ຈະມີການກຳນົດໄລຍະເວລາອີກຄັ້ງ.

ຄຳສັ່ງດັ່ງກ່າວໄດ້ສ້າງຄວາມວິຕົກກັງວົນໃຫ້ກັບຫຼາຍຝ່າຍວ່າ ອາດກໍ່ໃຫ້ເກີດຄວາມບໍ່ພໍໃຈໃຫ້ກັບຕວັກກີຫຼືບໍ່ ເນື່ອງຈາກລັດຖະບານຕວັກກີໄດ້ຂຶ້ນບັນຊີດຳ YPG ໃຫ້ເປັນກຸ່ມກໍ່ການຮ້າຍ.


No comments

Powered by Blogger.