ລັດຖະບານລາວ ກູ້ຢືມທຶນຈາກ ສປ.ຈີນ ເພື່ອຂະຫຍາຍເຂື່ອນໄຟຟ້ານໍ້າງື່ມ 1 - ອິດສະຫຼະ

ລັດຖະບານລາວ ກູ້ຢືມທຶນຈາກ ສປ.ຈີນ ເພື່ອຂະຫຍາຍເຂື່ອນໄຟຟ້ານໍ້າງື່ມ 1



ສຳນັກຂ່າວສານປະເທດລາຍງານວ່າ: ລັດຖະບານໄດ້ສົມທົບທຶນກູ້ຢືມຈາກ ສປ.ຈີນ ເພື່ອດຳເນີນການພັດທະນາ ແລະ ຂະຫຍາຍເຂື່ອນໄຟຟ້ານ້ຳງື່ມ 1 ໂດຍມີການຕິດຕັ້ງເຄື່ອງຈັກເພີ່ມອີກ 2 ໜ່ວຍ (ເບີ 7 ແລະ ເບີ 8) ມີກຳລັງການຕິດຕັ້ງ 80 ເມກາວັດ ເຊິ່ງຈະເພີ່ມກຳລັງຜະລິດພະລັງງານໄຟຟ້າຈາກເດີມ 155 ເມກາວັດ ມາເປັນ 235 ເມກາວັດ ເພື່ອຕອບສະໜອງ ແລະ ຮອງຮັບການຊົມໃຊ້ໄຟຟ້າ ພາຍໃນປະເທດທີ່ນັບມື້ນັບເພີ່ມສູງຂຶ້ນ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ໃນໄລຍະທີ່ນຳໃຊ້ໄຟຟ້າສູງສຸດຂອງລະດູແລ້ງ.

ທ່ານ ດາວວຽງ ສຸນັນທະລາດ ຮອງຫົວໜ້າໂຄງການ ເຂື່ອນໄຟຟ້ານ້ຳງື່ມ 1 ພາກຂະຫຍາຍຝ່າຍກໍ່ສ້າງເຂື່ອນ ລັດວະສາຫະກິດໄຟຟ້າລາວ ເປີດເຜີຍໃຫ້ຮູ້ວ່າ: ການກໍ່ສ້າງໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ກາງປີ 2015, ມາອຮດປັດຈຸບັນສຳເລັດແລ້ວ 88%, ສຳລັບໜ້າວຽກສຳຄັນປະກອບມີການກໍ່ສ້າງຂົວຂ້າມນໍ້າງື່ມ ມີຄວາມຍາວເກືອບ 200 ແມັດ, ກວ້າງ 10 ແມັດ, ສ້າງເສັນທາງຍາວ 2,600 ແມັດ, ເຮືອນຈັກ ແລະ ຄອງນ້ຳທ້າຍເຂື່ອນ, ອຸບມຸງສົ່ງນໍ້າ 2 ທໍ່ ຂະໜາດ 6.6 ແມັດ ຍາວ 313 ແມັດ, ປະຕູນ້ຳ, ລວມທັງການຕິດຕັ້ງອຸປະກອນຢູ່ເຮືອນຈັກ ແລະ ອື່ນໆ. ພ້ອມນີ້, ຍັງມີການກໍ່ສ້າງລະບົບສາຍສົ່ງ 115 ກິໂລໂວນ, ສອງວົງຈອນ ມີຄວາມຍາວ 4 ກິໂລແມັດ ສຳເລັດ 43%, ມູນຄ່າການກໍ່ສ້າງທັງໝົດ 122 ລ້ານໂດລາສະຫະລັດ ແລະ ຄາດວ່າຈະສຳເລັດສົມບູນໃນກາງປີ 2018 ທີ່ຈະມາເຖິງນີ້.

ທ່ານ ດາວວຽງ ສຸນນັນທະລາດໃຫ້ຮູ້ຕື່ມວ່າ: ພາຍຫຼັງສຳເລັດການພັດທະນາເຂື່ອນໄຟຟ້ານ້ຳງື່ມ 1 ໂຄງການພາກຂະຫຍາຍເຊິ່ງມີເຄື່ອງຈັກໜ່ວຍທີ 7 ແລະ 8 ກໍ່ຈະສືບຕໍ່ພັດທະນາກໍ່ສ້າງເຄື່ອງຈັກໜ່ວຍທີ 6 ຢູ່ໃນຕົວເຂື່ອນ ຕິດກັບປະຕູນ້ຳອີກໜຶ່ງເຄື່ອງ ມີກຳລັງການຕິດຕັ້ງ 40 ເມກາວັດ ຄາດວ່າຈະສຳເລັດການກໍ່້ສາງໃນທ້າຍປີ 2019 ເຊິ່ງຈະເປັນການເພີ່ມກຳລັງການຜະລິດໄຟຟ້າໃນເຂື່ອນແຫ່ງນີ້ຫຼາຍຂຶ້ນຕື່ມອີກ. ນອກຈາກເປັນການສະໜອງຕໍ່ຄວາມຕ້ອງການພາຍໃນ ແລະ ສົ່ງອອກຕ່າງປະເທດ ເພື່ອນຳລາຍຮັບເງິນຕາປະກອບສ່ວນພັດທະນາປະເທດຊາດແລ້ວ ຍັງເປັນການສົ່ງເສີມການທ່ອງທ່ຽງຢູ່ເຂດອ່າງໂຕ່ງ ແລະ ເຂດແມ່ນ້ຳງື່ມຕອນທ້າຍຂອງເຂື່ອນອີກດ້ວຍ.

ສິ່ງສຳຄັນແມ່ນ ໄດ້ເພີ່ມປະສິດທິພາບ ແລະ ປະສິດທິຜົນໃນການນຳໃຊ້ຊັບພະຍາກອນນ້ຳ, ທຳມະຊາດ ໃຫ້ເກີດປະໂຫຍດສູງສຸດ ເພື່ອຜະລິດເປັນພະລັງງານໄຟຟ້າໃຫ້ກາຍເປັນແຫຼ່ງທຶນ. ເຖິງຢ່າງໃດກໍ່ຕາມການນຳໃຊ້ນ້ຳໃນເຂດອ່າງໂຕ່ງຂອງເຂື່ອນໄຟຟ້ານ້ຳງື່ມ 1 ໃນໄລຍະຜ່ານມາເຫັນວ່າບໍ່ທັນຄຸ້ມຄ້າ ເພາະອ່າງໂຕ່ງຂອງເຂື່ອນແຫ່ງນີ້ມີແມ່ນ້ຳຫຼາຍສາຂາ ລວມທັງຫ້ວຍຮ່ອງຄອງບຶງໄຫຼເຂົ້າສູ່ອ່າງ ເຊິ່ງໃນລະດູຝົນກໍ່ຈະມີການປ່ອຍນ້ຳລົງສູ່ທ້າຍເຂື່ອນ, ນອກຈາກຈະເປັນການປ່ອຍນ້ຳທີ່ລ້ວນແຕ່ເປັນເມັດເງິນ-ເມັດຄຳຖິ້ມແລ້ວ ຍັງສົ່ງຜົນກະທົບຕໍ່ປະຊາຊົນທີ່ດຳລົງຊີວິດລຽບແມ່ນນ້ຳງື່ມຢ່າງຫຼວງຫຼາຍ. ສະນັ້ນ, ພາຍຫຼັງສຳເລັດໂຄງການພາກຂະຫຍາຍ ອາດຈະບໍ່ມີການປ່ອຍນ້ຳລົງຜ່ານປະຕູນ້ຳ ທີ່ເຄີຍປະຕິບັດກັນໃນທຸກປີຂອງລະດູຝົນຕື່ມອີກ.

No comments

Powered by Blogger.