ເຈົ້າໜ້າທີ່ໄທ ຢຶດກັນຊານຳເຂົ້າຈາກ ສປປ.ລາວ ນ້ຳໜັກເກືອບເຄິ່ງໂຕນ - ອິດສະຫຼະ

ເຈົ້າໜ້າທີ່ໄທ ຢຶດກັນຊານຳເຂົ້າຈາກ ສປປ.ລາວ ນ້ຳໜັກເກືອບເຄິ່ງໂຕນ



ເມື່ອວັນທີ 7 ພຶດສະພາ ທີ່ຜ່ານມາເຈົ້າໜ້າທີ່ຈັງຫວັດນະຄອນພະນົມ ປະເທດໄທ ຖະແຫຼງການຢຶດກັນຊາອັດແທ່ງ ຈຳນວນ 470 ແຫ່ງ, ນ້ຳໜັກແທ່ງລະປະມານ 1 ກິໂລກຣາມ ລວມ 470 ກິໂລກຣາມ ໂດຍມີການກວດຢຶດພາຍຫຼັງມີການສືບຮູ້ວ່າ ຈະມີຂະບວນການລັກລອບຄ້າກັນຊາຂ້າມຊາດ ລັກລອບກັນຊາເຂົ້າມາຂາຍຜ່ານຊາຍແດນໃນເຂດຈັງຫວັດນະຄອນພະນົມ ທີ່ມີການລຳລຽງມາຈາກ ສປປ.ລາວ, ຈົນເຮັດໃຫ້ສາມາດດັກຊຸ້ມກວດຢຶດກັນຊາຈຳນວນດັ່ງກ່າວໄດ້ ແຕ່ກຸ່ມຂະບວນການຄ້າກັນຊາໄດ້ໄຫວຕົວໜີທັນ ຈຶ່ງເຮັດໃຫ້ສາມາດຢືດແຕ່ກັນຊາມາເປັນຂອງກາງ.

No comments

Powered by Blogger.