ສື່ໄທກ່າວ ຊາວລາວ ຕົກເປັນເຫຍື່ອມານສາສະໜາຈຳນວນຫຼາຍ - ອິດສະຫຼະ

ສື່ໄທກ່າວ ຊາວລາວ ຕົກເປັນເຫຍື່ອມານສາສະໜາຈຳນວນຫຼາຍ



ອີງຕາມການລາຍງານຂອງສື່ໃນໄທ ທີ່ໄດ້ລາຍງານວ່າ: ເມື່ອເຈົ້າໜ້າທີ່ໄປກວດສອບມູນລະນິທິອະໂສກມຸນີແສງທຳ ຢູ່ຈັງຫວັດລຳພູນ ປະເທດໄທ ພາຍຫຼັງຖືກຮ້ອງຮຽນວ່າ ມີການອວດອ້າງ, ບິດເບືອນຄຳສອນພະພຸດທະເຈົ້າ ຕະຫຼອດຮອດຊັກຈູງໃຫ້ຄົນຮ່ວມບໍລິຈາກ ລົງທຶນລັກສະນະຄ້າຍກັບການຮ່ວມຮຸ້ນ ເຊິ່ງມີຜູ້ເສຍຫາຍເຂົ້າຮ້ອງທຸກຕໍ່ເຈົ້າໜ້າທີ່ຕຳຫຼວດຂອງໄທແລ້ວຫຼາຍລາຍ ລວມມູນຄ່າຄວາມເສຍຫາຍກວ່າ 100 ລ້ານບາດ.

ໂດຍເຈົ້າສຳນັກຂອງມູນລະນິທິດັ່ງກ່າວອ້າງວ່າ ມີນິມິດ ຮັບຮູ້ເຖິງບ່ອນເຊື່ອງຊ້ອນຂອງຊັບສົມບັດລໍ້າຄ່າສະໄໝພຸດທະການ ທີ່ຖືກຝັງດິນໄວ້ໃນຈັງຫວັດລຳພູນ ດັ່ງນັ້ນ, ຖ້າຜູ້ໃດຜູ້ຄວາມເຫຼືອມໃສໃນພຸດທະສາສະໜາກໍ່ຂໍໃຫ້ມາຊ່ວຍບໍລິຈາກ ເພື່ອເປັນຄ່າໄຖ່ຖອນພະພຸດທະຮູບທີ່ຖືກຝັງອອກມາບູລະນະຮັກສາ.

ເມື່ອເປັນເຊັ່ນນັ້ນ, ຊາວພຸດຜູ້ເຫຼືອມໃສຈຳນວນຫຼາຍຈຶ່ງໄດ້ຫຼົງເຊື່ອ ແລະ ບໍລິຈາກເງິນໃຫ້ກັບມູນລະນິທິດັ່ງກ່າວ, ແຕ່ພໍເມື່ອຄວາມເລີ່ມແຕກວ່າເປັນພະສະໄໝໃໝ່ (ມາດໆ) ທີ່ຫາກໍ່ປັ້ນ ແລ້ວ ເອົາດິນທາເພື່ອໃຫ້ຄືຂອງເກົ່າມາຫຼອກລວງປະຊາຊົນ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ໄດ້ເຂົາໄປກວດສອບ ແຕ່ບໍ່ພົບເຈົ້າສຳນັກ.

ພົບແຕ່ກຸ່ມອອກຕົນຍາດໂຍມ ທີ່ກຳລັງປະຕິບັດທຳຈຳນວນໜຶ່ງ ແລະ ເປັນອອກຕົນຍາດໂຍມທີ່ເດີນທາງໄປຈາກ ສປປ.ລາວ ຈຳນວນ 37 ຄົນ ແລະ ເຈົ້າໜ້າທີ່ກໍ່ໄດ້ກວດສອບແລ້ວວ່າເດີນທາງໄປຢ່າງຖືກຕ້ອງທຸກຄົນ.

No comments

Powered by Blogger.