ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສະຫະລັດ ອາເມລິກາ ສະໄໝພິເສດ - ອິດສະຫຼະ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສະຫະລັດ ອາເມລິກາ ສະໄໝພິເສດ



ໃນ​ວັນ​ທີ 4 ພຶດສະພາ 2017, ​ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສະຫະລັດ ອາເມລິກາ ສະໄໝພິເສດ, ເຊິ່ງໄດ້ຈັດຂຶ້ນ ທີ່ ນະຄອນຫຼວງວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ, ພາຍໃຕການເປັນປະທານຮ່ວມຂອງ ທ່ານ Anifa Hj Aman, ລັດຖະມົນຕີການຕ່າງປະເທດຂອງ ມາເລເຊຍ ແລະ ທ່ານ Rex W. Tillerson, ລັດຖະມົນຕີການຕ່າງປະເທດຂອງ ສະຫະລັດ ອາເມລິກາ ແລະ ມີບັນດາລັດຖະມົນຕີການຕ່າງປະເທດຈາກ ປະເທດສະມາຊິກອາຊຽນ, ຄະນະຜູ້ແທນ ແລະ ພະນັກງານກອງເລຂາອາຊຽນເຂົ້າຮ່ວມ.

ກອງປະຊຸມສະໄໝພິເສດຄັ້ງນີ້ ໄດ້ປຶກສາຫາລືຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນ ໄດ້ທົບທວນຄືນການຮ່ວມມື ອາຊຽນ-ສະຫະລັດ ອາເມລິກາ ໃນໄລຍະຜ່ານມາ ໂດຍໄດ້ສະແດງຄວາມຍິນດີທີ່ເຫັນວ່າ ການຮ່ວມມືໄດ້ສືບຕໍ່ຂະຫຍາຍຕົວໃນທຸກຂົງເຂດ ໂດຍສະເພາະດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ແລະ ເຫັນວ່າ ສອງຝ່າຍຄວນນຳໃຊ້ໂອກາດ ຄົບຮອບ 40 ປີ ແຫ່ງການພົວພັນ ອາຊຽນ-ສະຫະລັດ ອາເມລິກາ ໃນປີນີ້ ເພື່ອເສີມຂະຫຍາຍການ​ຮ່ວມ​ມື​ໃຫ້​ນັບ​ມື້ນັບ​ສູງ​ຂຶ້ນ ​​​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການຄ້າ, ການລົງທຶນ, ການເຊື່ອມຈອດ ແລະ ອື່ນໆ ທີ່ຢູ່ພາຍໃຕ້ແຜນປະຕິບັດງານ ອາຊຽນ-ສະຫະລັດ ສໍາລັບປີ 2016-2020.

ກອງປະຊຸມ ຍັງໄດ້ປຶກສາຫາລືເພື່ອວາງທິດທາງການຮ່ວມມືໃນຕໍ່ໜ້າ. ໃນນັ້ນ, ສະຫະລັດ ອາເມລິກາ, ພາຍໃຕ້ລັດຖະບານໃໝ່ຂອງ ປະທານາທິບໍດີ ທຣໍາ, ໄດ້ໃຫ້ຄຳໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືກັບອາຊຽນ, ສະໜັບສະໜູນການສ້າງປະຊາຄົມອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນໃນທຸກກົນໄກທີ່ອາຊຽນລິເລີ້ມ. ພ້ອມກັນນັ້ນ, ສະຫະລັດ ກໍໄດ້ຢືນຢັນວ່າ ປະທານາທິບໍດີ ທຣຳ ຈະມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 5 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 12 ຊຶ່ງຈະຈັດຂຶ້ນໃນຕົ້ນເດືອນພະຈິກ 2017 ທີ່ ຟີລິບປິນ ແລະ ເຫັນດີຈັດກິດຈະກໍາຮ່ວມກັນ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ສະຫະລັດ ອາເມລິກາ ຄົບຮອບ 40 ປີ (1977-2017).

ບັນດາລັດຖະມົນຕີ ຍັງໄດ້ປຶກສາຫາລືການກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສະຫະລັດ ອາເມລິກາ ຊຶ່ງຈະຈັດຂຶ້ນໃນເດືອນສິງຫາ 2017 ທີ່ ຟີລິບປິນ ແລະ ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກັບບັນດາລັດຖະມົນຕີການຕ່າງປະເທດອາຊຽນ ຍັງໄດ້ເຂົ້າຮ່ວມເວທີປຶກສາຫາລືລະດັບສູງ ຊຶ່ງຈັດໂດຍສະຖາບັນຄົ້ນຄວ້າຍຸດທະສາດ ແລະ ບັນຫາສາກົນ ເພື່ອແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ແລະ ເຂົ້າຮ່ວມພົບປະກັບສະພາທຸລະກິດ ອາຊຽນ-ສະຫະລັດ ອາເມລິກາ ອີກດ້ວຍ.

No comments

Powered by Blogger.