ສຳນັກຂ່າວທາງການເກົາຫຼີເໜືອ ເປີດເຜີຍລາຍລະອຽດການທົດລອງຂີປະນາວຸດເກົາຫຼີເໜືອ ຄັ້ງຫຼ້າສຸດ - ອິດສະຫຼະ

ສຳນັກຂ່າວທາງການເກົາຫຼີເໜືອ ເປີດເຜີຍລາຍລະອຽດການທົດລອງຂີປະນາວຸດເກົາຫຼີເໜືອ ຄັ້ງຫຼ້າສຸດ



ສຳນັກຂ່າວ KCNA  ຂອງທາງການເກົາຫຼີເໜືອລາຍງານວ່າ: ຂີປະນາວຸດທີ່ທົດລອງເມື່ອວັນອາທິດ (14 ພຶດສະພາ 2017) ເປັນຂີປະນາວຸດນຳວິຖີ, ໄລຍະການຍິງລະດັບກາງ ແລະ ໄກ ຊື່ Hwasong-12 ທີ່ຫາກໍ່ພັດທະນາຂຶ້ນໃໝ່ ທ່ານ ຄິມ ຈອງອຶນ ຜູ້ນຳປະເທດໄດ້ຄວບຄຸມການທົດລອງດ້ວຍຕົນເອງ, ເປັນການທົດລອງເພື່ອກວດສອບລາຍລະອຽດທາງເຕັກນິກ ແລະ ຄຸນລັກສະນະຂອງຂີປະນາວຸດແບບໃໝ່ ທີ່ສາມາດຕິດຫົວຮົບນິວເຄຼຍທີ່ຊົງພະລັງຂະໜາດໃຫຍ່ ແລະ ເພື່ອເປັນການທົບທວນຄວາມໜ້າເຊື່ອຖືຂອງເຄື່ອງຈັກຂີປະນາວຸດທີ່ພັດທະນາຂຶ້ນໃໝ່, ຂີປະນາວຸດພຸ້ງໄປຕາມເສັ້ນທາງທີ່ວາງໄວ້ ແລະ ຕົກຕາມເປົ້າໝາຍທີ່ກຳນົດ ໂດຍພຸ້ງຂຶ້ນໄປຢູ່ທີ່ລະດັບຄວາມສູງ 2,111.5 ກິໂລແມັດ, ໄປໄກເຖິງ 787 ກິໂລແມັດ.

KCNA ລາຍງານອີກວ່າ ທ່ານ ຄິມ ໄດ້ບອກໃຫ້ຄະນະນັກວິທະຍາສາດ ແລະ ຊ່າງເຕັກນິກເດີນໜ້າພັດທະນາອາວຸດນິວເຄຼຍ ແລະ ວິທີການຍິງຕໍ່ໄປຈົນກວ່າສະຫະລັດອາເມຣິກາຈະຕັດສິນໃຈຢ່າງຖືກຕ້ອງ ພ້ອມກັບເຕືອນສະຫະລັດວ່າຈະບໍ່ສາມາດຫຼີກລ້ຽງຄວາມເສຍຫາຍທີ່ຮ້າຍແຮງທີ່ສຸດຫາກຍັງຍຸຍົງເກົາຫຼີເໜືອຢູ່ແບບນີ້ ເພາະພື້ນທີ່ທັງໝົດຂອງສະຫະລັດທັງແຜ່ນດິນໃຫຍ່ ແລະ ແຄມສະຫາສະໝຸດປາຊີຟິກລ້ວນແຕ່ຢູ່ໃນໄລຍະການຍິງໂຈມຕີຂອງເກົາຫຼີເໜືອ.

ທາງດ້ານຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຖະແຫຼງວ່າ ຈະເປີດການປະຊຸມສຸກເສີນເລື່ອງເກົາຫຼີເໜືອໃນຕອນບ່າຍຂອງວັນອັງຄານທີ່ຈະມາເຖິງນີ້ ຕາມທີ່ສະຫະລັດອາເມຣິກາ ແລະ ຍີ່ປຸ່ນຮຽກຮ້ອງ.

ສະຫະລັດອາເມຣິກາລະບຸວ່າ ຂີປະນາວຸດເກົາຫຼີເໜືອທີ່ທົດລອງມື້ວານນີ້ຕົກໃນທະເລຍີ່ປຸ່ນ ແລະ ໃກ້ກັບຊາຍແດນລັດເຊຍ "ລັດເຊຍຄົງບໍ່ພໍໃຈການທົດລອງຄັ້ງນີ້"

ແຕ່ກະຊວງປ້ອງກັນປະເທດລັດເຊຍໄດ້ອອກຖະແຫຼງການໃນເວລາຕໍ່ມາວ່າ ຂີປະນາວຸດຕົກຫ່າງຈາກດິນແດນຂອງລັດເຊຍ 500 ກິໂລແມັດ ແລະ ບໍ່ເປັນໄພຮຸກຮານຕໍ່ລັດເຊຍ.

No comments

Powered by Blogger.