ປ.ປູຕິນ ຫຼິ້ນເປຍໂນຂະນະລໍຖ້າເຈລະນາກັບ ປ.ສີ ທີ່ປັກກິ່ງ - ອິດສະຫຼະ

ປ.ປູຕິນ ຫຼິ້ນເປຍໂນຂະນະລໍຖ້າເຈລະນາກັບ ປ.ສີ ທີ່ປັກກິ່ງ



ສຳນັກຂ່າວ Reuters ລາຍງານ ເມື່ອວັນທີ 14 ພຶດສະພາ 2017 ວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍເຂົ້າຮ່ວມພິທີເປີດກອງປະຊຸມປຶກສາຫາລືລະດັບສູງວ່າດ້ວຍການຮ່ວມມືສາກົນ "ໜຶ່ງແລວທາງ ໜຶ່ງເສັ້ນທາງ ຂອງຈີນ ທີ່ນະຄອນຫຼວງປັກກິ່ງ ຫຼັງຈາກນັ້ນທ່ານ ປູຕິນ ພ້ອມດ້ວຍຄະນະໄດ້ເດີນທາງໄປເຖິງບ້ານພັກຕຽວຫຍູໄຖ ເພື່ອເຈລະຈາກັບ ທ່ານ ສີ ຈິນຜິງ ປະທານປະເທດຈີນ ແລະ ຜູ້ນຳຄົນອື່ນໆ.

ຂະນະທີ່ລໍຖ້າການເຈລະຈາທະວິພາຄີກັບ ປ.ສີ ຢູ່ນັ້ນ ປ.ປູຕິນ ໄດ້ຢ່າງເຂົ້າໄປຫຼິ້ນເປຍໂນທີ່ມີຢູ່ໃນບ້ານພັກຖ້າ ໂດຍໄດ້ຫຼິ້ນໃນບົດເພງເກົ່າສະໄໝສະຫະພາບໂຊວຽດ.


No comments

Powered by Blogger.