ຈີນທຸ້ມງົບປະມານມະຫາສານໃສ່ໂຄງການ ໜຶ່ງແລວທາງ ໜຶ່ງເສັ້ນທາງ - ອິດສະຫຼະ

ຈີນທຸ້ມງົບປະມານມະຫາສານໃສ່ໂຄງການ ໜຶ່ງແລວທາງ ໜຶ່ງເສັ້ນທາງ



ສຳນັກຂ່າວຕ່າງປະເທດລາຍງານ 14 ພຶດສະພາ 2017 ວ່າ: ນະໂຍບາຍໜຶ່ງແລວທາງ ໜຶ່ງເສັ້ນທາງ ນີ້ເປັນແຜນການທີ່ສຳຄັນຂອງທ່ານ ສີ ຈິນຜິງ ປະທານປະເທດຈີນ ທີ່ໄດ້ເລີ່ມຂຶ້ນເມື່ອປີ 2013 ເຊິ່ງຈະເຊື່ອມຈອດເສັ້ນທາງການຄ້າລະຫວ່າງຈີນກັບພູມມິພາກອາຊີ, ອາຟຣິກາ ແລະ ເອີຣົບ ໂດຍອ້າງອີງຈາກເສັ້ນທາງສາຍໄໝໃນອະດີດ ເຊິ່ງຄັ້ງນີ້ໃຊ້ພື້ນຖານໂຄງລ່າງເປັນຕົວນຳໃນການພັດທະນາຄວບຄຸມ 65 ປະເທດ ກວມເອົາ 60% ຂອງປະຊາກອນໂລກ ແລະ ປະມານ 1 ໃນ 3 ຂອງຜະລິດຕະພັນມວນລວມຂອງໂລກ (GDP)

ປ.ສີ ກ່າວປາໄສໃນພິທີໄຂກອງປະຊຸມປຶກສາຫາລືລະດັບສູງວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຢູ່ນະຄອນຫຼວງປັກກິ່ງ ມື້ນີ້ (14 ພຶດສະພາ) ໄດ້ເນັ້ນເຖິງບົດບາດຂອງນະໂຍບາຍ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ໃນການເປັນເຂດການຮ່ວມມືເພື່ອສົ່ງເສີມການເຕີບໃຫຍ່ຂອງເສດຖະກິດໂລກ ໃນຮູບແບບເສດຖະກິດດແບບເປີດ ໂດຍກ່າວວ່າ ທະນາຄານເພື່ອພັດທະນາຈີນ (CDB) ແລະ ທະນາຄານເພື່ອການສົ່ງອອກ ແລະ ນຳເຂົ້າຈີນ ກຽມເງິນກູ້ຢືມສຳລັບໂຄງການພັດທະນາພາຍໃຕ້ນະໂຍບາຍນີ້ລວມ 380,000 ລ້ານຢວນ ແລະ ລັດຖະບານຈີນກຽມອັດສີດເງິນເຂົ້າສູ່ກອງທຶນໜຶ່ງແລວທາງໜຶ່ງເສັ້ນທາງອີກ 100,000 ລ້ານຢວນ ລວມທັງເງິນຊ່ວຍເຫຼືອອີກ 60,000 ລ້ານຢວນ ສຳລັບປະເທດກຳລັງພັດທະນາໃນເສັ້ນທາງນີ້.


ນະໂຍບາຍນີ້ຖືກໃຊ້ເປັນທາງອອກສຳລັບບັນຫາການຜະລິດເກີນຂອງອຸດສາຫະກຳຈີນ ແລະ ຍັງມີບົດບາດໃນດ້ານພູມສາດການເມືອງຂອງລັດຖະບານຈີນອີກດ້ວຍ, ທ່ານນາງ ບອນນີ ເກວເຊີ້ ຜູ້ຊ່ຽວຊານຈາກສູນຍຸດທະສາດ ແລະ ການຕ່າງປະເທດສຶກສາ (CSIS) ກ່າວວ່າ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ມີຈຸດມຸ່ງໝາຍເພື່ອເສີມສ້າງເຄືອຂ່າຍການເພິ່ງພາທາງເສດຖະກິດລະຫວ່າງຈີນກັບປະເທດເພື່ອນບ້ານ ເຊິ່ງລັດຖະບານຈີນຫວັງທີ່ຈະປ່ຽນມັນໄປສູ່ອິດທິພົນທາງການເມືອງໃນອະນາຄົດ.

No comments

Powered by Blogger.