ເກົາຫຼີໃຕ້, ຍີ່ປຸ່ນ ປະນາມເກົາຫຼີເໜືອໃນການທົດລອງອາວຸດຄັ້ງໃໝ່ໃນມື້ນີ້ - ອິດສະຫຼະ

ເກົາຫຼີໃຕ້, ຍີ່ປຸ່ນ ປະນາມເກົາຫຼີເໜືອໃນການທົດລອງອາວຸດຄັ້ງໃໝ່ໃນມື້ນີ້



ສຳນັກຂ່າວຕ່າງປະເທດລາຍງານ 14 ພຶດສະພາ 2017 ວ່າ: ທ່ານ ຢູນ ຢັງຊານ ໂຄສົກປະຈຳທຳນຽມປະທານປະເທດເກົາຫຼີໃຕ້ ຖະແຫຼງວ່າ ທ່ານ ມູນ ແຈອິນ ປະທານປະເທດເກົາຫຼີໃຕ້ ໄດ້ຮຽກປະຊຸມສຸກເສີນສະພາຄວາມໝັ້ນຄົງແຫ່ງຊາດເປັນຄັ້ງທຳອິດ ໃນຖານະຜູ້ນຳປະເທດ ເພື່ອປຶກສາຫາລືເຖິງການທົດລອງຂີປະນາວຸດຄັ້ງໃໝ່ຂອງເກົາຫຼີເໜືອ.

ລະຫວ່າງການປະຊຸມທ່ານ ມູນ ໄດ້ກ່າວວ່າ ຮູ້ສຶກເສຍໃຈຢ່າງຍິ່ງຕໍ່ການຍຸຍົງຄັ້ງຫຼ້າສຸດຂອງລັດຖະບານເກົາຫຼີເໜືອ ເຖິງແມ່ນວ່າເກົາຫຼີໃຕ້ຈະຍັງເປີດໂອກາດເຖິງຄວາມເປັນໄປໄດ້ທີ່ຈະມີການເຈລະຈາກັບເກົາຫຼີເໜືອ ແຕ່ການເຈລະຈາຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອ ເກົາຫຼີເໜືອສະແດງໃຫ້ເຫັນວ່າມີແນວຄິດທີ່ປ່ຽນແປງ.

ເຊິ່ງເກົາຫຼີເໜືອ ໄດ້ມີການທົດລອງຂີປະນາວຸດອີກຄັ້ງ ໃນຕອນເຊົ້າຂອງມື້ນີ້ ໂດຍຂີປະນາວຸດຖືກຍິງຈາກເຂດເມືອງຄູຊອງ ແຂວງປຽງກັນເໜືອ ກ່ອນຈະໄປຕົກໃນທະເລຍີ່ປຸ່ນ ທີ່ຢູ່ຫ່າງອອກໄປປະມານ 700 ກິໂລແມັດ.


ໃນດ້ານຂອງທ່ານ ຊິນໂຊ ອາເບະ ຜູ້ນຳຍີ່ປຸ່ນ ກໍ່ໄດ້ຖະແຫຼງການປະນາມການກະທຳຄັ້ງນີ້ຂອງເກົາຫຼີເໜືອ ແລະ ກ່າວວ່າ ເປັນເລື່ອງທີ່ຍອມຮັບບໍ່ໄດ້ຢ່າງຍິ່ງ ການທົດລອງຂີປະນາວຸດຊໍ້າແລ້ວຊໍ້າອີກຂອງເກົາຫຼີເໜືອ ເປັນໄພຮຸກຮານຢ່າງຮ້າຍແຮງຕໍ່ຍີ່ປຸ່ນ ແລະ ເປັນການລະເມີດມະຕິສະຫະປະຊາຊາດຢ່າງຊັດເຈນ.

No comments

Powered by Blogger.