ລັດເຊຍ ແລະ ຈີນ ມີຄວາມເປັນຫ່ວງຕໍ່ສະຖານະການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ - ອິດສະຫຼະ

ລັດເຊຍ ແລະ ຈີນ ມີຄວາມເປັນຫ່ວງຕໍ່ສະຖານະການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 14 ພຶດສະພາ 2017 ວ່າ: ທ່ານ Dmitry Peskov ໂຄສົກປະຈຳທຳນຽມປະທານປະເທດລັດເຊຍ ຖະແຫຼງຕໍ່ນັກຂ່າວວ່າ ທ່ານ ວະລາດີເມຍ ປູຕິນ ປະທານປະເທດລັດເຊຍ ແລະ ທ່ານ ສີ ຈິນຜິງ ປະທານປະເທດຈີນ ໄດ້ຮົບກັນນອກຮອບການປະຊຸມເວທີປຶກສາຫາລືລະດັບສູງວ່າດ້ວຍການຮ່ວມມືສາກົນ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ພາຍຫຼັງການໄຂກອງປະຊຸມດັ່ງກ່າວຢ່າງເປັນທາງການໃນມື້ນີ້ (14 ພຶດສະພາ) ທີ່ນະຄອນຫຼວງປັກກິ່ງຂອງຈີນ ໂດຍໄດ້ປຶກສາຫາລືກັນກ່ຽວກັບສະຖານະການຢູ່ແຫຼມເກົາຫຼີໃນລາຍລະອຽດ ແລະ ທັງສອຝ່າຍໄດ້ສະແດງຄວາມເປັນຫ່ວງຕໍ່ຄວາມເຄັ່ງຕຶງທີ່ໄດ້ເກີດຂຶ້ນນັ້ນ.

ຂະນະດຽວກັນສຳນັກຂ່າວ XINHUA ຂອງທາງການຈີນກໍ່ໄດ້ລາຍງານວ່າ ປ.ສີ ກ່າວລະຫວ່າງພົບກັບ ປ.ປູຕິນ ວ່າ ລັດເຊຍ ແລະ ຈີນ ມີບົດບາດສຳຄັນໃນການຊ່ວຍຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພູມມິພາກ ແລະ ທົ່ວໂລກ.

No comments

Powered by Blogger.