ລັດຖະມົນຕີກະຊວງການເງິນຕອບ "ຂໍ້ຊັກຖາມ" ຂອງສະມາຊິກສະພາກ່ຽວກັບບັນຫາຂະແໜງການເງິນ - ອິດສະຫຼະ

ລັດຖະມົນຕີກະຊວງການເງິນຕອບ "ຂໍ້ຊັກຖາມ" ຂອງສະມາຊິກສະພາກ່ຽວກັບບັນຫາຂະແໜງການເງິນ



ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຊີ້ແຈງໂດຍຫຍໍ້ຕໍ່ກັບຂໍ້ຊັກຖາມ ແລະ ຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ (ສສຊ) 14 ບັນຫາກ່ຽວກັບຂະແໜງການເງິນ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII.

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 27 ເມສາ 2017 ເປັນມື້ທີທີ 3 ຂອງການດຳເນີນກອງປະຊຸມ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີຮອງປະທານ ແລະ ສສຊ ແຕ່ລະເຂດເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ສົມດີ ດວງດີ ໄດ້ຂຶ້ນຊີ້ແຈງຕໍ່ກັບຂໍ້ຊັກຖາມ ແລະຂໍ້ສະເໜີ ຂອງສະມາຊິກສະພາແຫ່ງຊາດ (ສສຊ) 14 ບັນຫາກ່ຽວກັບຂະແໜງການເງິນໂດຍສັງເຂບດັ່ງນີ້:

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ

ບັນຫາທີ 1: ການຂຸດຄົ້ນແຫລ່ງລາຍຮັບພາຍໃຕ້ກົດໝາຍວ່າດ້ວຍພາສີ ແລະ ສ່ວຍສາອາກອນແມ່ນໄດ້ປະຕິບັດຄົບຖ້ວນ, ພ້ອມທັງປະຕິບັດມາດຕະການ, ສືບຕໍ່ປັບປຸງການຈັດຕັ້ງ ແລະ ການການເຄຶ່ອນໄຫວຂອງຂະ ແໜງການພາສີ ແລະ ດ່ານພາສີຊາຍແດນໃນການຄຸ້ມຄອງຈັດເກັບລາຍຮັບ ແລະ ຂຸດຄົ້ນບັນດາທ່າແຮງບົມຊ້ອນຂອງລາຍຮັບແນ່ໃສເພື່ອໃຫ້ສາມາດຈັດເກັບລາຍຮັບໃຫ້ໄດ້ຕາມແຜນ, ເພິ່ມທະວີວຽກງານກວດກາ ຕ້ານ ແລະ ສະກັ້ນກັ້ນການລັກລອບໜີພາສີໃນດ່ານ, ການຂຸດຄົ້ນແຫລ່ງລາຍຮັບພາຍໃຕ້ກົດໝາຍວ່າດ້ວຍສ່ວຍສາອາກອນ ໄດ້ເຜີຍແຜ່ໂຄສະນາຜ່ານສື່ອື່ນໆ ໃຫ້ຜູ້ດຳເນີນທຸລະກິດ, ອົງການຈັດຕັ້ງຂອງລັດຂັ້ນຕ່າງໆ ແລະ ພາກສ່ວນອື່ນທີ່ພົວພັນໄດ້ຮັບຮູ້ ແລະ ເຂົ້າໃຈໄດ້ຫລາຍພໍສົມຄວນພ້ອມທັງນຳໃຊ້ເຄຶ່ອງມືທັນສະໄໝເຂົ້າຊ່ວຍໃນການຄຸ້ມຄອງ.

ບັນຫາທີ 2: ການຈັດຕັ້ງປະຕິບັດກົນໄກມາດຕະການການເກັບລາຍຮັບ ແລະ ລາຍຈ່າຍເປັນຕົ້ນການປະຕິບັດນະໂຍບາຍປະຫຍັດ ແລະ ຕ້ານການຟູມເຟືອຍ, ການແກ້ໄຂໜີ້ສາທາລະນະ ກະຊວງການເງິນໄດ້ມີການລົງໄປຕິດຕາມກວດກາເອກະສານຄ້າງຈ່າຍຕົວຈິງນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຫລຸດຜ່ອນລາຍຈ່າຍທີ່ເຫັນວ່າບໍ່ຈຳເປັນ, ເປັນຕົ້ນແມ່ນລາຍຈ່າຍບໍລິຫານຊື້ໃໝ່ສາມາດປະຫຍັດໄດ້ 21%, ລາຍຈ່າຍເງິນນະໂຍບາຍ ແລະ ເງິນຊ່ວຍໜູນຕ່າງໆປະຫຍັດດໄດ້ 12% ແລະ ລາຍຈ່າຍດັດສົມສົ່ງເສີມສາມາດປະຕິບັດໄດ້ 65% ຂອງແຜນການ ແລະ ອື່ນໆ.

ບັນຫາທີ 3: ເພື່ອຮັບປະກັນໃຫ້ແກ່ການພິຈາລະນາຮັບຮອງເອົາແຜນງົບປະມານແຫ່ງລັດປີ 2018 ກະຊວງການເງິນຈະໄດ້ເອົາໃຈໃສ່ເລັ່ງຄົ້ນຄວ້າຮ່າງຄຳແນະນຳວ່າດ້ວຍການສ້າງແຜນງົບປະມານແຫ່ງລັດປີ 2018 ໂດຍລົງເລິກປຶກສາຫາລືບາງບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ມີຄວາມຄ່ອງຕົວ ແລະ ຫັນເຂົ້າສູ່ກົດໝາຍ ແລະ ລະບຽບຢ່າງເຄັ່ງຄັດ.

ບັນຫາທີ 4: ການຄຸ້ມຄອງໜີ້ສີນພາກລັດ, ໂດຍສະເພາະການຊຳລະໜີ້ສິນ ເພື່ອເຮັດໃຫ້ການຄຸ້ມຄອງ, ການຊຳລະສະສາງໜີ້ສິນໂຄງການລົງທຶນປົກກະຕິມີຄວາມໂປ່ງໃສ, ໄດ້ຫັນເຂົ້າສູ່ລະບຽບກົດໝາຍ ແລະ ປະຕິບັດຕາມພາລະບົດບາດຂອງແຕ່ລະຂະແໜງການ ຊຶ່ງກະຊວງການເງິນກໍ່ໄດ້ມີການຄົ້ນຄວ້າ, ປັບປຸງກົນໄກການຊຳລະໜີ້ສິນ, ໂດຍສະເພາະແມ່ນໄລຍະຂ້າມຜ່ານ 3 ເດືອນທ້າຍປີ 2016 ພາຍຫຼັງທີ່ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງແຜນການຊຳລະໜີ້ສິນໂຄງການລົງທຶນລັດ 400 ຕື້ກີບ.

ບັນຫາທີ 5: ຕໍ່ກັບການສະເໜີໃຫ້ມີການຕິດຕາມກວດກາຢ່າງລະອຽດກ່ຽວກັບຮ່ວງເງິນ 400 ຕື້ກີບ ເພື່ອແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ແລະ 300 ຕື້ກີບ ເພື່ອແກ້ໄຂໜີ້ພັນທະບັດເພື່ອຮັບປະກັນໃຫ້ແກ່ການຊຳລະຮ່ວງເງິນດັ່ງກ່າວຖືກຕ້ອງຕາມເປົ້າໜາຍ ແລະ ມີປະສິດທິຜົນ ແລະ ການຊຳລະໜີ້ສິນຂອງລັດຖະບານສຳຫລັບໂຄງການທີ່ຈັດຕັ້ງປະຕິບັດໄດ້ສຳເລັດ 100% ກະຊວງການເງິນໄດ້ ຫັນເຂົ້າສູ່ລະບຽບກົດໝາຍ ແລະ ປະຕິບັດຕາມພາລະບົດບາດຂອງແຕ່ລະຂະແໜງການ ຊື່ງໄດ້ມີການປັບປຸງກົນໄກການຊຳລໜີ້ສິນ ລະຫວ່າງການຊວງແຜນການ ແລະ ການລົງທຶນຄຸ້ມຄອງ ແລະ ການຊວງການເງິນຄຸ້ມຄອງຢ່າງຈະແຈ້ງລະຫວ່າງກະຊວງການເງິນກັບກະຊວງແຜນການ ແລະ ການລົງທຶນ.

ບັນຫາທີ 6: ຕົວເລກລາຍຮັບງົບປະມານ 3 ເດືອນຂ້າມຜ່ານທ້າຍປີ 2016 ກໍ່ຄືການຈັດຕັ້ງປະຕິບັດແຜນງົບປະມານໃນງວດທີ I ປີ 2017 ເຫັນວ່າລາຍຮັບສ່ວຍສາອາກອນປະຕິບັດໄດ້ຫລຸດແຜນການ ຊຶ່ງເປັນຜົນມາຈາກບັນຫາດັ່ງນີ້: ລາຍຮັບສວຍສາອາກອນໃນປີ 2017 ເຫັນວ່າມີທ່າອ່ຽງຈະເກັບໄດ້ແຕ່ 93% ຂອງແຜນການປີເນື່ອງຈາກວ່າ:ລາຍຮັບຈາກບໍລິສັດຂຸດຄົ້ນແຮ່ຄຳໄດ້ຂື້ນແຜນໄວ້ 200 ຕື້ກີບ.

ບັນຫາທີ 7: ກ່ຽວກັບຄວາມຄືບໜ້າທີ່ວຽກງານຫັນເປັນທັນສະໄໝຂະແໜງສ່ວຍສາອາກອນ ປັດຈຸບັນກະຊວງການເງິນໄດ້ດຳເນີນການປັບປຸງ ແລະ ພັດທະນາລະບົບເກັບລາຍຮັບແບບຫັນເປັນທັນສະໄໝ, ໄດ້ ພັດທະນາລະບົບການແຈ້ງເສຍອາກອນໂດຍເຄື່ອງມືທີ່ທັນສະໄໝ ເຊິ່ງມີຫົວໜ່ວຍທຸລະກິດທີ່ມີການຄຸ້ມຄອງກັບລະບົບສ່ວຍສາອາກອນ, ໄດ້ພັດທະນາ ແລະ ຢູ່ໃນໄລຍະການຕິດຕັ້ງລະບົບເຊື່ອມຕໍ່ຂໍ້ມູນການຂາຍສິນຄ້າ ແລະ ບໍລິການຂອງຜູ້ເສຍອາກອນຫາຂະແໜງສ່ວຍສາອາກອນ ເປົ້າໜາຍໄລຍະທຳອິດຈະຕິດຕັ້ງທັງໝົດຈຳນວນ 700 ຫົວໜ່ວຍວິສາຫະກິດ ແລະໄດ້ທົດລອງນຳໃຊ້ເຄຶ່ອງມືທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບຈາກທີ່ດິນຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຈຳນວນ 16 ບ້ານ.

ບັນຫາທີ 8: ຕໍ່ກັບບັນຫາພະນັກງານຂະແໜງການເງິນຈຳນວນໜື່ງທີ່ມີທັດສະນະແນວຄິດການເງິນບໍ່ໜັກແໜ້ນໃນການປະຕິບັດໜ້າທີ່ວິຊາສະເພາະ, ກະຊວງການເງິນຈະມີມາດຕະການຮັບມືດັ່ງນີ້: ສຶກສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ-ລັດຖະກອນຢ່າງເປັນປະຈຳ ແລະ ຕໍ່ເນື່ອງທີ່ສອດຄ່ອງກັບພະນັກງານແຕ່ລະປະເພດ, ເປັນຕົ້ນແມ່ນຈະນຳເອົາແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດ ໝາຍຂອງລັດ.

ບັນຫາທີ 9: ທີ່ກ່ຽວກັບພະນັກງານອາສາລະໝັກ ຫລືສັນຍາຈ້າງເປັນຈຳນວນຫລວງຫລາຍຂອງຂະແໜງການເງິນທັງສູນກາງ ແລະ ທ້ອງຖິ່ນ ດຳເນີນການຕີລາຄາຄືນສະພາບການປະຕິບັດວຽກງານຂອງພະນັກງານຕາມສັນຍາ ແລະ ພະນັກງານອາສາສະໝັກທັງດ້ານດີ ແລະ ດ້ານອ່ອນ, ຫ້າມນຳໃຊ້ພະນັກງານຕາມສັນຍາ ແລະ ພະນັກງານອາສາສະໝັກໄປເຮັດໜ້າທີ່ແທນພະນັກງານ-ລັດຖະກອນສົມບູນເຊັ່ນ: ໄປເກັບເງິນ, ໄປກວດກາສິນຄ້າ, ໄປຮັບຜິດຊອບຄັງເງິນ, ງົບປະມານ ແລະ ບໍ່ໃຫ້ນຸ່ງເຄື່ອງແບບຂອງຂະແໜງການເງິນຢ່າງເດັດຂາດ, ຕໍ່ໜ້າກະຊວງການເງິນຈະບໍ່ອະນຸຍາດໃຫ້ຫ້ອງການກະຊວງ, ບັນດາກົມ ແລະ ທຽບເທົ່າ, ສູນເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ສະຖາບັນເສດຖະກິດການເງິນ, ວິທະຍາໄລການເງິນພາກເໜືອ ແລະ ພາກໃຕ້ ບັນດາພະແນກການເງິນ, ກະແນກສວຍສາອາກອນ, ຄັງເງິນແຫ່ງຊາດປະຈຳແຂວງ, ນະຄອນຫລວງ ແລະ ຫ້ອງການການເງິນເມືອງຮັບເອົາພະນັກງານຕາມສັນຍາ ແລະ ພະນັກງານອາສາສະໝັກອີກ.

ບັນຫາທີ 10: ວິທີການ ແລະ ມາດຕະການຄຸ້ມຄອງການເກັບລາຍຮັບຂອງກະຊວງການເງິນ ເພື່ອບໍ່ໃຫ້ມີການຮົ່ວໄຫລ ໄດ້ສ້າງກົນໄກການຊຳລະພາສີ-ອາກອນໃຫ້ຜູ້ປະກອບການໄດ້ມີຫຼາຍຊ່ອງທາງ, ສະດວກ, ຢຸດຕິໃຫ້ພະນັກງານຂະແໜງການເງິນມາຮັບເກັບລາຍຮັບເປັນເງິນສົດນຳຜູ້ປະກອບການ.

ບັນຫາທີ 11: ການລົງສໍາຫລວດຖານລາຍຮັບງົບປະມານຄືນໃໝ່ໃນຂອບເຂດທົ່ວປະເທດ ຕາມຄໍາສັ່ງ ສະບັບເລກທີ 40/ນຍ, ພາຍຫລັງໄດ້ຮັບຄໍາສັ່ງສະບັບເລກທີ 40/ນຍ, ກະຊວງການເງິນໄດ້ອອກແຈ້ງການໃຫ້ບັນດາແຂວງ ໃຫ້ແຕ່ງຕັ້ງຄະນະຊີ້ນໍາ ແລະ ຄະນະວິຊາການຜູ້ທີ່ລົງເກັບກໍາສໍາຫລວດຕົວຈິງ, ໃນເດືອນ 1/2017 (ວັນທີ 03/01/2017), ໄດ້ສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າລົງເຜີຍແຜ່ ຄໍາສັ່ງສະບັບເລກທີ 40/ນຍ ແລະ ຄໍາແນະນໍາສະບັບເລກທີ 3905/ກງ, ພ້ອມ ທັງແນະນໍາວິທີຈົດກ່າຍສັງລວມຂໍ້ມູນ ເຂົ້າຕາຕະລາງໃຫ້ແກ່ຄະນະຊີ້ນໍາ ແລະ ຄະນະວິຊາການທີ່ແຂວງໄດ້ແຕ່ງຕັ້ງວຽກງານເກັບກໍາ ແລະ ສໍາຫລວດຖານລາຍຮັບງົບປະມານຄືນໃໝ່.

ບັນຫາທີ 12: ໃຫ້ທົບທວນຄືນກ່ຽວກັບການຄົ້ນຄ້ວາເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານອາກອນ, ກະຊວງການເງິນໄດ້ສະເໜີແຜນສ້າງ ແລະ ປັບປຸງກົດໝາຍ 5 ປີ 2016-2020 ຂອງຂະ ແໜງການເງິນ ສະເພາະໃນປີ 2017 ກະຊວງການເງິນມີແຜນສ້າງ 2 ກົດໝາຍໃໝ່ຄື: ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ແລະ ກົດໝາຍວ່າດ້ວຍການຈັດຊື້ດ້ວຍທຶນຂອງລັດ.

ບັນຫາທີ 13: ປັບປຸງບັນດາບໍລິສັດໃຫ້ມີປະສິດທິພາບ ແລະ ແຂັ້ມແຂງກະຊວງການເງິນຈະດໍາເນີນການຈັດຕັ້ງປະຕິບັດທິດທາງ ແລະ ແຜນການປະຕິຮູບໃຫ້ປະກົດຜົນເປັນຈິງດັ່ງນີ້: ກະຊວງການເງິນ ໄດ້ປັບປຸງບາງລັດວິສາຫະກິດທີ່ມີລັກສະນະຍຸດທະສາດ, ຫັນບາງຫົວໜ່ວຍລັດວິສາຫະກິດ ໄປເປັນບໍລິສັດຈໍາກັດຂອງລັດ ເພື່ອໃຫ້ມີຄວາມສາມາດແຂ່ງຂັນສູງ ແລະ ເຄື່ອນໄຫວແບບມືອາຊີບ, ຫັນບາງຫົວໜ່ວຍລັດວິສາຫະກິດ ໄປສູ່ຮູບການຮ່ວມທຶນ ກັບພາກເອກຊົນ ໃຫ້ເປັນຮູບແບບບໍລິສັດປະສົມຈໍາກັດ ກ້າວໄປເປັນບໍລິສັດມະຫາຊົນ.

ບັນຫາສຸດທ້າຍຄືບັນຫາທີ 14 ໃຫ້ມີກົນໄກ ແລະ ມາດຕະການຕໍ່ຜູ້ທີ່ກະທໍາຜິດລະບຽບກົດໝາຍ ແລະ ລະບຽບວິໄນການເງິນ,ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການແກ້ໄຂຜົນການກວດສອບຕາມທີ່ສະພາໄດ້ຮັບຮອງ, ພ້ອມທັງເລັ່ງທວງເກັບລາຍຮັບເຂົ້າງົບປະມານ ກະຊວງການເງິນໄດ້ມີມາດຕະການສຶກສາອົບຮົມ, ອອກຂໍ້ຫ້າມຕໍ່ພະນັກງານ-ລັດຖະກອນຂະແໜງການເງິນທົ່ວປະເທດ ແລະ ມາດຕະການອື່ນໆທີ່ກ່ຽວຂ້ອງ.

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສົມດີ ດວງດີ ຍັງໄດ້ຢືນຢັນອີກວ່າ: ຈະຄຸ້ມຄອງການເກັບລາຍຮັບບໍ່ໃຫ້ຮົ່ວໄຫລ ແລະ ຈະສາມາດເກັບລາຍຮັບໄດ້ຄົບຖ້ວນຖືກຕ້ອງລະບຽບກົດໝາຍ ທັງນີ້, ກໍ່ເພື່ອແນ່ໃສ່ໃຫ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2017 ໃຫ້ບັນລຸແຜນການທີ່ວາງໄວ້.

No comments

Powered by Blogger.