ດ່ວນ...! ກຸ່ມຫົວຮຸນແຮງ IS ຢຶດເມືອງມາຣາວີຂອງປະເທດຟິລິບປິນ ແລະ ໄດ້ມີການປະກາດກົດໄອຍະການເສີກແລ້ວ - ອິດສະຫຼະ

ດ່ວນ...! ກຸ່ມຫົວຮຸນແຮງ IS ຢຶດເມືອງມາຣາວີຂອງປະເທດຟິລິບປິນ ແລະ ໄດ້ມີການປະກາດກົດໄອຍະການເສີກແລ້ວ



ສຳນັກຂ່າວຕ່າງປະເທດລາຍງານ 24 ພຶດສະພາ 2017 ວ່າ: ທ່ານ ເອີເນສໂຕ ອະເບວລາ ໂຄສົກປະທານປະເທດຟິລິບປິນ ຖະແຫຼງວ່າ ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນໄດ້ປະກາດໃຊ້ກົດໄອຍະການເສິກທົ່ວເກາະມິນດາເນົາ ພາກໃຕ້ຂອງປະເທດ ເລີ່ມຕັ້ງແຕ່ເວລາ 22:00 ຂອງວັນອັງຄານ 23 ພຶດສະພາ 2017 ເປັນຕົ້ນໄປ ມີກຳນົດ 60 ວັນ ທັງນີ້ເນື່ອງມາຈາກສະຖານະການຄວາມບໍ່ສະຫງົນທີ່ເກີດຂຶ້ນຢູ່ເກາະມິນດາເນົາ.

ການປະກາດກົດໄອຍະການເສິກມີຂຶ້ນຫຼັງຈາກມີການປະທະກັນລະຫວ່າງກອງກຳລັງຝ່າຍຄວາມໝັ້ນຄົງຂອງຟິລິບປິນກັບສະມາຊິກກຸ່ມຫົວຮຸນແຮງຫຼາຍສິບຄົນພ້ອມອາວຸດ ໃນເມືອງມາຣາວີ ເຊິ່ງເປັນເມືອງທີ່ມີປະຊາກອນ 200,000 ຄົນ ທີ່ຢູ່ເທິງເກາະມິນດາເນົາ ເມື່ອວັນອັງຄານທີ່ຜ່ານມາ, ເມືອງມາຣາວີຢູ່ໃນແຂວງລາເນົາ ເດ ຊູ ຕັ້ງຢູ່ຫ່າງຈາກນະຄອນຫຼວງມະນິລາ 800 ກມ.

ທ່ານ ເດວຟິນ ລໍເຣນຊານາ ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນກ່າວວ່າ ທະຫານໄດ້ຍົກກຳລັງບຸກແຫຼ່ງກົບດານຂອງຫົວໜ້າກຸ່ມຫົວຮຸນແຮງຄົນສຳຄັນຄືທ້າວ ອິສນິລອນ ຮາປິລອນ ຕາມລາຍງານລະບຸວ່າລາວໄດ້ຮັບເລືອກໃຫ້ເປັນຫົວໜ້າກຸ່ມສາຂາຂອງ IS ໃນພູມມິພາກອາຊີຕາເວັນອອກສຽງໃຕ້ ແລະ ຍັງມີຊື່ຢູ່ໃນບັນຊີລາຍຊື່ຜູ້ກໍ່ການຮ້າຍທົ່ວໂລກທີ່ກະຊວງຍຸດຕິທຳຂອງສະຫະລັດຕ້ອງການຕົວ ໂດຍມີເງິນລາງວັນນຳຈັບ 5 ລ້ານໂດລາສະຫະລັດ.

ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນກ່າວຕື່ມອີກວ່າ ຜົນຈາກການບຸກແຫຼ່ງກົບດານຂອງຫົວໜ້າກຸ່ມສາຂາຂອງ IS ເຮັດໃຫ້ເກີດການຍິງປະທະກັນ ທາງກຸ່ມຫົວຮຸນແຮງໄດ້ຮຽກກຳລັງເສີມຈາກກຸ່ມພັນທະມິດຄື ເດີ ມົວເຕ ສົ່ງກຳລັງເຂົ້າມາບຸກຢຶດຫ້ອງວ່າການເມືອງ, ໂຮງໝໍ ແລະ ຍັງຈູດທຳລາຍໂບສ, ຄຸກ, ວິທະຍາໄລ ແລະ ບ້ານເຮືອນຂອງປະຊາຊົນ.

ຜົນຈາກການປະທະກັນເຮັດໃຫ້ທະຫານເສຍຊີວິດ 2, ຕຳຫຼວດ 1 ແລະ ບາດເຈັບອີກ 12 ສ່ວນຝ່າຍສະມາຊິກກຸ່ມຫົວຮຸນແຮງເສຍຊີວິດໄປຫຼາຍຄົນເຊັ່ນກັນ ແຕ່ພວກເຂົາໄປຢຶດເມືອງມາຣາວີເອົາໄວ້ ໄຟຟ້າຖືກຕັດຂາດທັງເມືອງ ສ້າງຄວາມສັບສົນວຸ້ນວາຍໄປທົ່ວ ມື້ປືນດັກຊຸ້ມຍິງໄລຍະໄກມີຢູ່ເຕັມໄປໝົດ.

ໃນດ້ານຂອງທ່ານ ອະລັນ ປີເຕີ ຄາເຢຕາໂນ ລັດຖະມົນຕີຕ່າງປະເທດຟິລິບປິນ ເປີດເຜີຍວ່າ ໄດ້ແຈ້ງໃຫ້ທ່ານ ເຊີເກ ລາຟຣອບ ລັດຖະມົນຕີຕ່າງປະເທດລັດເຊຍຮັບຮູ້ເລື່ອງການຫຼຸດພາລະກິດການຢ້ຽມຢາມລັດເຊຍຂອງທ່ານ ດີເຕເຕ ເຊິ່ງຕ້ອງໄດ້ເດີນທາງກັບຟິລິບປິນກ່ອນກຳນົດ ເພື່ອຮັບມືກັບສະຖານະການທີ່ເກີດຂຶ້ນໃນເກາະມິນດາເນົາ ແຕ່ລັດຖະມົນຕີຕ່າງປະເທດເອງຕ້ອງຢູ່ຕໍ່ເພື່ອປະຕິບັດພາລະກິດຕໍ່ໃນລັດເຊຍ ເພາະຍັງມີຂໍ້ຕົກລົງຫຼາຍສະບັບທີ່ຕ້ອງໄດ້ຮ່ວມລົງນາມລະຫວ່າງສອງລັດຖະບານ.

No comments

Powered by Blogger.