ອິນໂດເນເຊຍ ລົງໂທດ "ຄູ່ຮັກຮ່ວມເພດຊາຍ" ດ້ວຍການໃຊ້ແສ້ຟາດຕໍ່ໜ້າສາທາລະນະ 83 ຄັ້ງ - ອິດສະຫຼະ

ອິນໂດເນເຊຍ ລົງໂທດ "ຄູ່ຮັກຮ່ວມເພດຊາຍ" ດ້ວຍການໃຊ້ແສ້ຟາດຕໍ່ໜ້າສາທາລະນະ 83 ຄັ້ງ



ສຳນັກຂ່າວຕ່າງປະເທດລາຍງານ 23 ພຶດສະພາ 2017 ວ່າ: ທາງການແຂວງອາເຈະ ຕັ້ງຢູ່ພາກເໜືອຂອງອິນໂດເນເຊຍ ໄດ້ມີການລົງໂທດຜູ້ຊາຍ 2 ຄົນອາຍຸ 20 ປີ ແລະ 23 ປີ ດ້ວຍການໃຊ້ແສ້ຟາດຕໍ່ໜ້າສາທາລະນະ ໂທດຖານທີ່ຊາຍທັງສອງຄົນຄົບຫາກັນແບບຄົນຮັກ ຖືເປັນການຜິດກົດໝາຍຊາຣີອະ ເຊິ່ງເປັນກົດໝາຍພື້ນຖານຂອງການປົກຄອງແຂວງອາເຈະ.


ເຊິ່ງກອ່ນການລົງໂທດຈະເລີ່ມຂຶ້ນ ສະພານັກສາສະໜາປະຈຳແຂວງອາເຈະມີມະຕິໃຫ້ຫຼຸດໂທດແກ່ຊາຍທັງສອງຄົນຈາກການຖືກຟາດ 85 ຄັ້ງ ເຫຼືອ 83 ຄັ້ງ ເນື່ອງຈາກຜູ້ຕ້ອງຫາທັງສອງຮັບໂທດຕິດຄຸກມາແລ້ວ 2 ເດືອນ ຫຼັງຖືກຈັບໄດ້ເມື່ອເດືອນ ມີນາ ຜ່ານມາ ໂດຍເພື່ອນບ້ານກຸ່ມໜຶ່ງໄດ້ແຈ້ງຕໍ່ຕຳຫຼວດດ້ານສາສະໜາ ວ່າຊາຍທັງສອງຄົນລັກລອບມີເພດສຳພັນກັນ.

ເຖິງແມ່ນວ່າການມີລົດຊະນິຍົມຮັກເພດດຽວກັນບໍ່ວ່າຈະລະຫວ່າງຊາຍກັບຊາຍ ຫຼື ຍິງກັບຍິງ ບໍ່ແມ່ນສິ່ງທີ່ຜິດກົດໝາຍກາງຂອງອິນໂດເນເຊຍ ແຕ່ຍົກເວັ້ນໃນແຂວງອາເຈະ ເຊິ່ງເປັນເຂດປົກຄອງພິເສດແຫ່ງດຽວຂອງປະເທດ ແລະ ເປັນເຂດດຽວຂອງອິນໂດເນເຊຍທີ່ຢູ່ພາຍໃຕ້ກົດໝາຍຊາຣີອະ.

No comments

Powered by Blogger.