ສຳນັກຂ່າວທາງການເກົາຫຼີເໜືອ ເຜີຍແຜ່ພາບ ແລະ ວິດີໂອ ຄວາມສຳເລັດໃນການທົດລອງຂີປະນາວຸດຄັ້ງຫຼ້າສຸດ - ອິດສະຫຼະ

ສຳນັກຂ່າວທາງການເກົາຫຼີເໜືອ ເຜີຍແຜ່ພາບ ແລະ ວິດີໂອ ຄວາມສຳເລັດໃນການທົດລອງຂີປະນາວຸດຄັ້ງຫຼ້າສຸດ



ສຳນັກຂ່າວທາງການຂອງເກົາຫຼີເໜືອຖະແຫຼງຢືນຢັນວ່າ ການຍິງທົດລອງຂີປະນາວຸດ Pukguksong-2 ຫຼື ດາວເໜືອ-2 (ເມື່ອວັນອາທິດ 21 ພຶດສະພາ ທີ່ຜ່ານມາ) ທີ່ເປັນຂີປະນາວຸດທີ່ຍິງຈາກພື້ນສູ່ພື້ນ ມີໄລຍະການຍິງລະດັບກາງ ປະສົບຄວາມສຳເລັດດ້ວຍດີ ເຊິ່ງເຮັດໃຫ້ມີຄວາມພ້ອມໃນການນຳຂີປະນາວຸດນີ້ໄປປະຈຳການທາງການທະຫານ.

ສື່ຂອງເກົາຫຼີເໜືອລະບຸວ່າ ທ່ານ ຄິມ ຈອງອຶນ ຜູ້ນຳສູງສຸດໄດ້ໄປຕິດຕາມການທົດລອງຄັ້ງດັ່ງກ່າວດ້ວຍຕົວເອງ ແລະ ໄດ້ສັ່ງອະນຸມັດໃຫ້ປະຈຳການລະບົບຂີປະນາວຸດນີ້ເພື່ອໃຊ້ໃນການປະຕິບັດການທາງທະຫານຕໍ່ໄປ.

ໃນການທົດລອງຄັ້ງດັ່ງກ່າວຂີປະນາວຸດ Pukguksong-2 ສາມາດອອກຕົວໄປໄດ້ໄກ 500 ກມ ແລະ ໄດ້ຕົກລົງໃນທະເລຍີ່ປຸ່ນ.






















No comments

Powered by Blogger.