ຍົນກອງທັບມຽນມາ ພ້ອມຜູ້ໂດຍສານ ແລະ ເຈົ້າໜ້າທີ່ເທິງຍົນ 104 ຊີວິດ ຕົກລົງໃນທະເລອັນດາມັນ - ອິດສະຫຼະ

ຍົນກອງທັບມຽນມາ ພ້ອມຜູ້ໂດຍສານ ແລະ ເຈົ້າໜ້າທີ່ເທິງຍົນ 104 ຊີວິດ ຕົກລົງໃນທະເລອັນດາມັນ



ສຳນັກຂ່າວຕ່າງປະເທດລາຍງານ 7 ມິຖຸນາ 2017 ວ່າ: ໂຄສົກກອງທັບບົກມຽນມາລາຍງານວ່າ ຍົນຂົນສົ່ງ Shaanxi Y-8 ບັນທຸກຜູ້ໂດຍສານ 90 ຄົນ ເກືອບທັງໝົດເປັນທະຫານກອງທັບ ແລະ ສະມາຊິກໃນຄອບຄົວ ພ້ອມເຈົ້າໜ້າທີ່ເທິງຍົນອີກ 14 ຄົນ ສູນຫາຍໄປຈາກຈໍຣາດາ ແລະ ຂາດການຕິດຕໍ່ກັບສູນຄວບຄຸມ ພາຍຫຼັງທີ່ບິນອອກຈາກເມືອງມະຣິດ ທາງພາກໃຕ້ຂອງປະເທດໃນຕອນບ່າຍຂອງມື້ນີ້ ໂດຍຍົນລຳດັ່ງກ່າວຈະເດີນທາງມາເມືອງຢ່າງກຸ້ງ, ກອງທັບໄດ້ສົ່ງໜ່ວຍກູ້ໄພ ແລະ ໜ່ວຍຄົ້ນຫາອອກຊອກ ໂດຍໄດ້ໃຊ້ທັງຍົນ ແລະ ເຮືອ ລວມທັງທາງບົກ.

ໂດຍຍົນລຳດັ່ງກ່າວບິນຂຶ້ນອອກຈາກສະໜາມບິນມະຣິດ ເມື່ອເວລາ 13:06 ນາທີ ແລະ ຂາດການຕິດຕໍ່ກັບຫໍຄວບຄຸມການບິນເມື່ອເວລາ 13:35 ນາທີ ເຊິ່ງຍົນລຳດັ່ງກ່າວປາກົດໃນຈໍຣາດາຄັ້ງສຸດທ້າຍຫ່າງຈາກເມືອງທວາຍໄປທາງທິດຕາເວັນຕົກປະມານ 32 ກມ, ພາຍຫຼັງໄດ້ຮັບລາຍງານຄວາມຜິດປົກກະຕິກອງທັບໄດ້ສົ່ງເຮືອຂອງກອງທັບ 4 ລຳ ແລະ ຍົນ 2 ລຳອອກຊອກຫາ.

ແລະ ມີລາຍງານໃນເວລາຕໍ່ມາວ່າ ເຈົ້າໜ້າທີ່ມຽນມາພົບເສດຊາກສິ້ນສ່ວນຂອງຍົນລຳດັ່ງກ່າວທີ່ໄດ້ອອກຄົ້ນຫາແລ້ວ ເມື່ອຊ່ວງຫົວຄ່ຳທີ່ຜ່ານມາ ລອຍຢູ່ໃນທະເລອັນດາມັນ ຫ່າງຈາກຊາຍຝັ່ງເມືອງທວາຍປະມານ 218 ກມ ໂດຍເຮືອຂອງກອງທັບຍັງດຳເນີນການຄົ້ນຫາເພີ່ມເຕີມໃນຈຸດທີ່ພົບສິ້ນສ່ວນຂອງຍົນ.

No comments

Powered by Blogger.