ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢ້ຽມຢາມຍີ່ປຸ່ນ ແລະ ໄດ້ພົບປະກັບນາຍົກລັດຖະມົນຕີຂອງຍີ່ປຸ່ນ - ອິດສະຫຼະ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢ້ຽມຢາມຍີ່ປຸ່ນ ແລະ ໄດ້ພົບປະກັບນາຍົກລັດຖະມົນຕີຂອງຍີ່ປຸ່ນ



ສຳນັກຂ່າວຕ່າງປະເທດລາຍງານ 8 ມິຖຸນາ 2017 ວ່າ: ເມື່ອວັນພຸດທີ່ຜ່ານມາ (7 ມິຖຸນາ 2017) ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງ ສປປ.ລາວ ໄດ້ພົບປະກັນໃນນະຄອນຫຼວງໂຕກຽວ ເພື່ອປຶກສາຫາລືກ່ຽວກັບແຜນການກະຕຸ້ນການພັດທະນາໃນລາວ ແລະ ບັນຫາອື່ນໆ.


ລະຫວ່າງການພົບປະກັນທີ່ນະຄອນຫຼວງວຽງຈັນເມື່ອເດືອນກັນຍາ ປີທີ່ຜ່ານມາ ທ່ານ ອາເບະ ແລະ ທ່ານ ທອງລຸນ ຕົກລົງແຜນການທີ່ກ່ຽວຂ້ອງກັບການລົງທຶນດ້ານການຄົມມະນາຄົມຂົນສົ່ງ, ໂຮງງານຜະລິດກະແສໄຟຟ້າ, ຊັບພະຍາກອນມະນຸດ, ກະສິກຳ ແລະ ວຽກງານສາທາລະນະສຸກ ແລະ ມີການຄາດການວ່າ ການພົບປະກັນທີ່ນະຄອນຫຼວງໂຕກຽວຄັ້ງນີ້ ຜູ້ນຳທັງສອງຈະຫາລືກ່ຽວກັບການດຳເນີນການຕາມແຜນຢ່າງເປັນຮູບປະທຳ ເຊິ່ງຈະລວມເຖິງການສະໜັບສະໜູນຂອງລັດຖະບານຍີ່ປຸ່ນ ຕໍ່ຄວາມພະຍາຍາມສ້າງສະຖຽນລະພາບທາງການເງິນຂອງລັດຖະບານລາວ ລວມທັງການຂະຫຍາຍຕຶກອາຄານຜູ້ໂດຍສານສະໜາມບິນວັດໄຕ ທີ່ນະຄອນຫຼວງວຽງຈັນ ແລະ ການແລກປ່ຽນທາງດ້ານການສຶກສາຢູ່ຍີ່ປຸ່ນ ສຳລັບພະນັກງານລັດຖະກອນ ແລະ ນັກສຶກສາທົ່ວໄປຂອງລາວ.

ສປປ.ລາວ ເປັນເປົ້າໝາຍຊຸກດັນຂອງລັດຖະບານຍີ່ປຸ່ນຊຸດປັດຈຸບັນ ຕາມແຜນການລົງທຶນໃສ່ລະບົບພື້ນຖານໂຄງລ່າງ "ຄຸນນະພາບສູງ" ໃນກຸ່ມປະເທດພູມມິພາກອາຊີ-ປາຊີຟິກ ໂດຍມີເປົ້າໝາຍເພື່ອເກັບກ່ຽວຜົນປະໂຫຍດທາງເສດຖະກິດ ແລະ ຍຸດທະສາດ.

No comments

Powered by Blogger.