ກຸ່ມຫົວຮຸນແຮງ IS ບຸກໂຈມຕີສະພາອີຣານ ແລະ ສຸສານໂຄໄມນີ - ອິດສະຫຼະ

ກຸ່ມຫົວຮຸນແຮງ IS ບຸກໂຈມຕີສະພາອີຣານ ແລະ ສຸສານໂຄໄມນີ



ສຳນັກຂ່າວຕ່າງປະເທດລາຍງານ 7 ມິຖຸນາ 2017 ວ່າ: ກຸ່ມຄົນຮ້າຍ 4 ຄົນ ພ້ອມອາວຸດປືນຄົບຊຸດໄດ້ບຸກເຂົ້າສະພາອີຣານ ທີ່ນະຄອນຫຼວງເຕຫະຣານ ເມື່ອຕອນບ່າຍຂອງມື້ນີ້ ແລະ ໄດ້ຍິງເຈົ້າໜ້າທີ່ຮັກສາຄວາມປອດໄພເສຍຊີວິດ 1 ຄົນ ກ່ອນທີ່ຈະບຸກເຂົ້າໄປໃນຕົວອາຄານ ແລະ ຄົນຮ້າຍຄົນໜຶ່ງໄດ້ດຶງສະນວນລະເບີດຂ້າຕົວຕາຍຢູ່ເທິງຊັ້ນ 4 ຂອງສະພາ, ສ່ວນຄົນຮ້າຍອີກ 3 ຄົນໄດ້ຕໍ່ສູ້ກັບເຈົ້າໜ້າທີ່ ແລະ ຖືກເຈົ້າໜ້າທີ່ຍິງເສຍຊີວິດທັງໝົດໃນເວລາຕໍ່ມາ, ນອກຈາກນີ້ຍັງມີລາຍງານວ່າໃນສະພາມີຜູ້ຖືກກຸ່ມຄົນຮ້າຍຍິງເສຍຊີວິດເຖິງ 12 ຄົນ.


ຂະນະດຽວກັນຄົນຮ້າຍອີກກຸ່ມໜຶ່ງປະມານ 3-4 ຄົນ ບຸກໂຈມຕີອະນຸສອນສະຖານຢາຕໍລາ ຣູຮັນລາ ໂຄໄມນີ ຜູ້ນຳການປະຕິວັດອິດສະລາມອີຣານ ເຊິ່ງຕັ້ງຢູ່ທິດໃຕ້ຂອງນະຄອນຫຼວງເຕຫະຣານ ຄົນຮ້າຍໄດ້ຍິງຜູ້ເບິ່ງແຍງສວນເສຍຊີວິດ 1 ຄົນ ຕໍ່ຈາກນັ້ນຄົນຮ້າຍອີກ 2 ຄົນ ໄດ້ດຶງສະນວນລະເບີດຂ້າຕົວຕາຍ ແຮງລະເບີດເຮັດໃຫ້ປະຊາຊົນທີ່ຢູ່ໃນບໍລິເວນດັ່ງກ່າວໄດ້ຮັບບາດເຈັບຢ່າງໜ້ອຍ 42 ຄົນ ແຕ່ 3 ຄົນໄປເສຍຊີວິດທີ່ໂຮງໝໍ.


ກຸ່ມ IS ອອກປະກາດສະແດງຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້ ໂດຍຜ່ານສຳນັກຂ່າວອາມັກ ກະບອກສຽງຂອງກຸ່ມ ໂດຍຖະແຫຼງວ່າ "ກຸ່ມນັກຮົບຂອງ IS ໂຈມຕີສຸສານໂຄໄມນີ ແລະ ສະພາອີຣານ ໃນນະຄອນຫຼວງເຕຫະຣານ" .

No comments

Powered by Blogger.