ລັດຖະບານດຳເນີນກອງປະຊຸມ ສະໄໝສາມັນປະຈຳເດືອນ ມິຖຸນາ 2017 - ອິດສະຫຼະ

ລັດຖະບານດຳເນີນກອງປະຊຸມ ສະໄໝສາມັນປະຈຳເດືອນ ມິຖຸນາ 2017



ໂດຍປະຕິບັດຕາມ ແຜນການເຄື່ອນໄຫວວຽກງານຂອງລັດຖະບານ, ໃນຕອນເຊົ້າຂອງວັນທີ 22 ມິຖຸນາ ທີ່ສໍານັກງານນາຍົກລັດຖະມົນຕີ, ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນມິຖຸນາ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ພ້ອມດ້ວຍ ແຂກຖືກເຊີນເຂົ້າຮ່ວມ.

ສໍາລັບບັນດາເອກະສານສໍາຄັນ ທີ່ນໍາມາຄົ້ນຄວ້າ ແລະ ປຶກສາຫາລື ໃນກອງປະຊຸມ ໃນຄັ້ງນີ້ ມີ:
1). ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບ-ລາຍຈ່າຍ ປະຈໍາງວດ 02 ຂອງປີ 2017; ຜົນການລົງກວດກາ ການນໍາເຂົ້າພາຫະນະທີ່ບໍ່ຖືກຕ້ອງ ແລະ ການປັບປຸງບັນດາ ລັດວິສາຫະກິດ;
2). ບົດລາຍງານ ກ່ຽວກັບການກະກຽມໃຫ້ແກ່ການຊຸກຍູ້ ສົ່ງເສີມການຜະລິດລະດູຝົນ ແລະ ມາດຕະການຄຸ້ມຄອງ ການລັກລອບນໍາເຂົ້າຊິ້ນໝູຈາກຕ່າງປະເທດ;
3). ບົດລາຍງານກ່ຽວກັບການແກ້ໄຂບັນຫາໄມ້ (ການປະມູນ, ການຄຸ້ມຄອງ, ການສົ່ງອອກ, ການດັດສົມໂຮງງານ ແລະ ອື່ນໆ);
4). ຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່;
5). ແຜນການສ້າງ ແລະ ປັບປຸງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ່ 4 ຂອງສະພາແຫ່ງຊາດ ຊຸດທີ VIII;
6). ຮ່າງກົດໝາຍ ວ່າດ້ວຍຜັງເມືອງສະບັບປັບປຸງ;
7). ຮ່າງກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່;
8). ຮ່າງກົດໝາຍ ວ່າດ້ວຍອຸຕຸນິຍົມ ແລະ ອຸທົກກະສາດ;
ກອງປະຊຸມລັດຖະບານຄັ້ງນີ້້ ຈະໄດ້ດໍາເນີນເປັນເວລາ 2 ວັນ, ແຕ່ວັນທີ 22-23 ມິຖຸນາ 2017.

No comments

Powered by Blogger.