ປະທານສະພາກຳປູເຈຍ ເຂົ້າພົບທ່ານນາຍົກລັດຖະມົນຕີ ທີ່ສຳນັກງານນາຍົກລັດຖະມົນຕີ - ອິດສະຫຼະ

ປະທານສະພາກຳປູເຈຍ ເຂົ້າພົບທ່ານນາຍົກລັດຖະມົນຕີ ທີ່ສຳນັກງານນາຍົກລັດຖະມົນຕີ



ໃນວັນທີ 21 ມິຖຸນາ 2017 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ໄດ້ຕ້ອນຮັບ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊຳຣິນ ປະທານສະພາແຫ່ງຊາດ ແຫ່ງ ລາຊະອານາຈັກ ກຳປູເຈຍ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການຢູ່ ສປປ.ລາວ ລະຫວ່າງວັນທີ 21-23 ມິຖຸນາ ນີ້.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ສົມເດັດ ເຮັງຊຳຣິນ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ໃນຄັ້ງນີ້, ພ້ອມຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນຮ່ວມມື ຂອງສອງປະເທດ ໃນໄລຍະທີ່ຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ໃນຫຼາຍດ້ານ, ເຊິ່ງສະແດງອອກ ໃນການເຄື່ອນໄຫວຢ້ຽມຢາມ ການນໍາຂັ້ນສູງຂອງສອງປະເທດ ໃນໄລຍະທີ່ຜ່ານມາ, ເຊິ່ງເຫັນວ່າມີຫຼາຍບັນຫາ ໄດ້ປຶກສາຫາລື ແລະ ຕົກລົງເປັນເອກະພາບກັນ ເພື່ອເປັນການປະກອບສ່ວນ ເຮັດໃຫ້ສາຍພົວພັນຮ່ວມມື ຂອງສອງປະເທດ ກໍ່ຄື ປະຊາຊົນຂອງສອງຊາດ ນັບມື້ນັບຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ເຊິ່ງສະແດງອອກໃນຫຼາຍດ້ານ ເປັນຕົ້ນ ໄດ້ສຳເລັດການເປີດນຳໃຊ້ ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ໃນຕົ້ນປີ 2017, ດ້ານການພົວພັນຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ສຶກສາ, ສາ ທາລະນະສຸກ ແລະ ອື່ນໆ...ກໍ່ໄດ້ຮັບການເສີມຂະຫຍາຍດີຂຶ້ນ.

ນອກຈາກນີ້, ສອງປະເທດ ກໍໄດ້ມີການສະໜັບສະໜູນ ຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢູ່ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດມາອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາໃນພາກພື້ນ ແລະ ສາກົນ. ເວົ້າລວມ, ເວົ້າສະເພາະ ກໍ່ຄື ສອງປະເທດ ລາວ-ກໍາປູເຈຍ.

ໂອກາດດຽວກັນນີ້, ທ່ານປະທານສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກຳປູເຈຍ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້ ພ້ອມທັງ ສັນຍາວ່າ ລາຊະອານາຈັກກໍາປູເຈຍ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ລະຫວ່າງ ສອງພັກສອງລັດ ກຳປູເຈຍ-ລາວ ກໍຄື ສອງສະພາແຫ່ງຊາດ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.

No comments

Powered by Blogger.