ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 23 ທີ່ປະເທດຍີ່ປຸ່ນ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 23 ທີ່ປະເທດຍີ່ປຸ່ນ



ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 23, ພາຍໃຕ້ຫົວຂໍ້ "ໄລຍະຂ້າມຜ່ານຂອງຍຸກໂລກາພິວັດ: ອາຊີ ຈະກ້າວເດີນໄປແນວໃດ" ເຊິ່ງຈັດໂດຍສຳນັກຂ່າວ ນິກເກ ຂອງຍີ່ປຸ່ນ, ໃນວັນທີ 5 ມິຖຸນາ 2017 ທີ່ໂຕກຽວ, ປະເທດຍີ່ປຸ່ນດ້ວຍຜົນສຳເລັດອັນຈົບງາມ.


ໃນກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີໄດ້ຂຶ້ນກ່າວປາໄສ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງຂະບວນວິວັດຂອງໂລກາພິວັດ, ຜົນປະໂຫຍດ ແລະ ສິ່ງທ້າທາຍຂອງການຮ່ວມມື ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນ ລວມທັງມາດຕະການຮັບມືຂອງອາຊີ ແລະ ສປປ.ລາວ ຕໍ່ໜ້າສະພາບການທີ່ເກີດມີຂະບວນການຕໍ່ຕ້ານໂລກາພິວັດ ກໍ່ຄືການກຳເນີດຂະບວນການຫັນເປັນແນວຄິດຊາດນິຍົມ ແລະ ປົກປ້ອງຕົນເອງ. ໃນນັ້ນໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ເຊິ່ງເປັນເງື່ອນໄຂພື້ນຖານ ແລະ ຈຳເປັນທີ່ສຸດ ໃນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ກໍ່ຄືພາກພື້ນ.

ໃນມື້ດຽວກັນ, ທ່ານນາຍົກລັດຖະມົນຕີກໍ່ໄດ້ໃຫ້ສຳພາດໜັງສືພິມ ແລະ ໂທລະພາບນິກເກ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ.ລາວ ໃນປັດຈຸບັນ, ທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນຈຳນວນໜຶ່ງ.

ພ້ອມດຽວກັນນີ້, ໃນວັນທີ 6 ມິຖຸນາ 2017 ທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ ພ້ອມດ້ວຍຄະນະກໍ່ໄດ້ເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບເສດຖະກິດຂອງ ສປປ.ລາວ, ຈັດຂຶ້ນໂດຍສຳນັກງານໃຫຍ່ອົງການການຄ້າຕ່າງປະເທດຂອງຍີ່ປຸ່ນ (JETRO) ແລະ ສູນອາຊຽນ-ຍີ່ປຸ່ນ (AJC), ເຊິ່ງໄດ້ກ່າວປາໄສກ່ຽວກັບເງື່ອນໄຂ ແລະ ສະພາບການຂອງ ສປປ.ລາວ ທີ່ເອື້ອອຳນວຍ ແລະ ຮອງຮັບການລົງທຶນຈາກຕ່າງປະເທດ ລວມທັງນັກລົງທຶນຍີ່ປຸ່ນ. ຄຽງຄູ່ກັນນີ້ກໍ່ໄດ້ຮັບຟັງຄຳຄິດເຫັນກ່ຽວກັບຜົນສຳເລັດຂອງບັນດາບໍລິສັດ ແລະ ນັກລົງທຶນຍີ່ປຸ່ນທີ່ກຳລັງລົງທຶນຢູ່ ສປປ.ລາວ, ໂດຍສະເພາະຢູ່ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ລວມທັງໄດ້ຕອບຄຳຖາມຂໍ້ຂ້ອງໃຈຈາກບັນດາຜູ້ເຂົ້າຮ່ວມກອງປະຊຸມຈຳນວນໜຶ່ງ.

ໃນໂອກາດຢ້ຽມຢາມຍີ່ປຸ່ນຄັ້ງນີ້, ທ່ານນາຍົກລັດຖະມົນຕີໄດ້ພົບປະໂອ້ລົມບັນດາພະນັກງານສະຖານເອກອັກຄະລັດຖະທູດແຫ່ງ ສປປ.ລາວ, ບັນດານັກສຶກສາລາວ ທີ່ກຳລັງສຶກສາຢູ່ປະເທດຍີ່ປຸ່ນ ແລະ ບັນດາພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຍີ່ປຸ່ນ ຈຳນວນໜຶ່ງໃນຕອນແລງຂອງວັນທີ 4 ມິຖຸນາ 2017 ເພື່ອຕອບຄຳຖາມຂໍ້ຂ້ອງໃຈກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ.ລາວ ໃນປັດຈຸບັນ ແລະ ຊີ້ນຳໃຫ້ມີການປະກອບສ່ວນເຂົ້າໃນວຽກງານການພັດທະນາປະເທດໃນອະນາຄົດ ໂດຍຖອດຖອນບົດຮຽນທີ່ດີຈາກປະເທດຍີ່ປຸ່ນ. ນອກຈາກນີ້ກໍ່ຍັງໄດ້ເດີນທາງໄປຢ້ຽມຢາມຊົມສະຖານນີອ່າງເກັບ ແລະ ປ່ອຍນ້ຳຂອງເມືອງ ຄາຊຸຄະເບ (Kasukabe) ແລະ ສູນຫັດຖະກຳ ຮາໂກະອິຕະ (Kagoita) ຂອງແຂວງໄຊຕະມະ.

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຢູ່ຍີ່ປຸ່ນໃນເທື່ອນີ້ ເປັນກາລະໂອກາດອັນດີທີ່ປະກອບສ່ວນເຂົ້າໃນການຮັດແໝ້ນສາຍພົວພັນຮ່ວມມືລະຫວ່າງ ສປປ.ລາວ ແລະ ຍີ່ປຸ່ນ ທາງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ວັດທະນະທຳ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ, ໂດຍສະເພາະການດຶງດູດການລົງທຶນຈາກຍີ່ປຸ່ນໃຫ້ນັບມື້ນັບຫຼາຍຂຶ້ນ.

No comments

Powered by Blogger.