ເຫດລະເບີດໃຈກາງນະຄອນຫຼວງກາບູນ ຕາຍແລ້ວ 90 ແລະ ບາດເຈັບກວ່າ 400 ຄົນ ກຸ່ມຕາລີບັນປະຕິເສດຢູ່ເບື້ອງຫຼັງ - ອິດສະຫຼະ

ເຫດລະເບີດໃຈກາງນະຄອນຫຼວງກາບູນ ຕາຍແລ້ວ 90 ແລະ ບາດເຈັບກວ່າ 400 ຄົນ ກຸ່ມຕາລີບັນປະຕິເສດຢູ່ເບື້ອງຫຼັງ



ສຳນັກຂ່າວຕ່າງປະເທດລາຍງານ 1 ມິຖຸນາ 2017 ວ່າ: ທ່ານ Ashraf Ghani ປະທານປະເທດອາຟະການິດສະຖານ ຖະແຫຼງການປະນາມເຫດການລະເບີດຄັ້ງໃຫຍ່ໃຈກາງນະຄອນຫຼວງກາບູນ ທີ່ເກີດຂຶ້ນໃນມື້ວານນີ້ (31 ພຶດສະພາ 2017) ວ່າ: ເປັນອາຊະຍາກຳສົງຄາມທີ່ຮ້າຍແຮງ ເພາະມີເຈດຕະນາກໍ່ເຫດທັງທີ່ຢູ່ໃນຊ່ວງຂອງເດືອນຣໍມະດອນ ເຊິ່ງເຂດດັ່ງກ່າວຖືເປັນເຂດທີ່ປອດໄພທີ່ສຸດຂອງນະຄອນຫຼວງກາບູນ ເນື່ອງຈາກເປັນເຂດທີ່ມີສະຖານທູດຂອງປະເທດຕ່າງໆຕັ້ງຢູ່ເປັນຈຳນວນຫຼາຍ ແລະ ມີການກໍ່ສ້າງກຳແພງສູງ 3 ແມັດລ້ອມທົ່ວເຂດດັ່ງກ່າວ, ຈາກລາຍງານຫຼ້າສຸດມີຜູ້ເສຍຊີວິດແລ້ວ 90 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 400 ກວ່າຄົນ.

ຂະນະທີ່ສະຖານທູດຂອງຫຼາຍປະເທດໄດ້ຮັບຄວາມເສຍຫາຍ ໂດຍສະເພາະສະຖານທູດເຢຍລະມັນທີ່ຕັ້ງຢູ່ໃກ້ທີ່ສຸດກັບບໍລິເວນທີ່ຄົນຮ້າຍຈູດລະເບີດຈາກລົດບັນທຸກທີ່ບັນທຸກລະເບີດມາຈຳນວນຫຼາຍ ເຊິ່ງແຮງຂອງລະເບີດເຮັດໃຫ້ເກີດເປັນຂຸມຂະໜາດໃຫຍ່, ສ່ວນໃນດ້ານສະຖານທູດສະຫະລັດລາຍງານວ່າເຈົ້າໜ້າທີ່ຮັກສາຄວາມປອດໄພ 11 ຄົນເສຍຊີວິດ ແລະ ເຈົ້າໜ້າທີ່ຄົນອາເມຣິກາໃນສະຖານທູດ 11 ຄົນໄດ້ຮັບບາດເຈັບ.


ພາຍຫຼັງເກີດເຫດກຸ່ມຕາລີບັນເຊິ່ງຢູ່ໃນໄລຍະຂອງການປະຕິບັດແຜນຍຸດທະສາດ "ໃບໄມ້ປົ່ງ" ທີ່ເປັນການສູ້ຮົບກັບເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງທ້ອງຖິ່ນ ແລະ ຕ່າງປະເທດ ອອກຖະແຫຼງການປະຕິເສດການມີສ່ວນກ່ຽວຂ້ອງ ແລະ ຮ່ວມປະນາມເຫດການທີ່ເກີດຂຶ້ນ, ສ່ວນກຸ່ມ IS ຍັງບໍ່ສະແດງທ່າທີ່ຕໍ່ເຫດການດັ່ງກ່າວ, ເຫດການຄັ້ງນີ້ຖືເປັນການໂຈມຕີນະຄອນຫຼວງກາບູນຄັ້ງຮຸນແຮງທີ່ສຸດ ນັບຕັ້ງແຕ່ກອງທັບສະຫະລັດເຂົ້າມາເຮັດສົງຄາມລົ້ມອຳນາດລັດຖະບານຕາລີບັນ ໃນປີ 2001 ກ່ອນຈະຖອນກຳລັງທະຫານອອກໄປເກືອບທັງໝົດເມື່ອປາຍປີ 2011 ແລະ ຍັງມີກຳລັງພົນທະຫານໄວ້ປະມານ 8,400 ຄົນ.


No comments

Powered by Blogger.