ນາຍົກຫວຽດນາມຢ້ຽມຢາມສະຫະລັດ ຮ່ວມມືການຄ້າ ແລະ ເຕັກໂນໂລຊີ - ອິດສະຫຼະ

ນາຍົກຫວຽດນາມຢ້ຽມຢາມສະຫະລັດ ຮ່ວມມືການຄ້າ ແລະ ເຕັກໂນໂລຊີ



ສຳນັກຂ່າວຕ່າງປະເທດລາຍງານ 1 ມິຖຸນາ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດໃຫ້ການຕ້ອນຮັບທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ທີ່ທຳນຽມຂາວ ເມື່ອວັນພຸດທີ່ຜ່ານມາ ໂດຍທ່ານ ຫງວຽນ ຖືເປັນຜູ້ນຳລັດຖະບານຈາກອາຊີຕາເວັນອອກສຽງໃຕ້ຜູ້ທຳອິດທີ່ເດີນທາງຢ້ຽມຢາມນະຄອນຫຼວງວໍຊິງຕັນຢ່າງເປັນທາງການ, ມີລາຍງານວ່າຄະນະເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດທັງໃນພາກລັດ ແລະ ເອກະຊົນໄດ້ລົງນາມຮ່ວມກັນໃນບັນທຶກຄວາມເຂົ້າໃຈ (MOU) ຫຼາຍສະບັບກ່ຽວກັບການສົ່ງເສີມການຮ່ວມມືທາງການຄ້າ ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດ.

ເຖິງຢ່າງໃດກໍ່ຕາມ ບໍລິສັດເຈເນີໂຣ ອິເລັກທຼິກ ເປີດເຜີຍວ່າໄດ້ລົງນາມໃນຂໍ້ຕົກລົງດ້ານການພັດທະນາຍານພາຫະນະທາງອາກາດ, ການກຳເນີດພະລັງງານ ແລະ ບໍລິການອື່ນໆກ່ຽວຂ້ອງ ລວມມູນຄ່າປະມານ 5,580 ລ້ານໂດລາສະຫະລັດ ເຊິ່ງສອດຄ່ອງກັບການເປີດເຜີຍຂອງທ່ານນາຍົກລັດຖະມົນຕີຫວຽດນາມ ທີ່ກ່າວກ່ອນອອກເດີນທາງໄປຍັງນະຄອນຫຼວງວໍຊິງຕັນວ່າ ລັດຖະບານຫວຽດນາມ ແລະ ສະຫະລັດກຽມລົງນາມຮ່ວມກັນໃນຂໍ້ຕົກລົງທີ່ຄວບຄຸມດ້ານການບໍລິການ ແລະ ເຕັກໂນໂລຊີລະດັບສູງ ເຊິ່ງມີມູນຄ່າປະມານ 15,000 - 17,000 ລ້ານໂດລາສະຫະລັດ.

ຫວຽດນາມ ແລະ ສະຫະລັດອາເມຣິກາ ຟື້ນຟູຄວາມສຳພັນກັບຄືນສູ່ລະດັບປົກກະຕິຢ່າງເປັນທາງການເມື່ອປີ 1995 ຫຼື ປະມານສອງທົດສະວັດພາຍຫຼັງສິ້ນສຸດສົງຄາມຫວຽດນາມ ໂດຍຄວາມສຳພັນໄດ້ພັດທະນາຢ່າງຊັດເຈນທີ່ສຸດໃນສະໄໝລັດຖະບານສະຫະລັດທີ່ນຳໂດຍທ່ານ ບາຣັກ ໂອບາມາ ທີ່ໄດ້ຍົກເລີກມາດຕະການຂວ້ຳບາດດ້ານອາວຸດຕໍ່ຫວຽດນາມ ໃນຂະນະທີ່ລັດຖະບານຫວຽດນາມກໍ່ຫວັງເພິ່ງພາອິດທິພົນຂອງສະຫະລັດໃນການປະເຊີນໜ້າກັບຈີນຕໍ່ກໍລະນີຄວາມຂັດແຍ່ງໃນທະເລຈີນໃຕ້.

ເຖິງຢ່າງໃດກໍ່ຕາມທິດທາງຄວາມສຳພັນລະຫວ່າງສອງປະເທດຍັງມີຄວາມບໍ່ແນ່ນອນໃນສະໄໝລັດຖະບານຊຸດປັດຈຸບັນຂອງສະຫະລັດ ເພາະຜູ້ນຳສະຫະລັດຄົນປັດຈຸບັນຖອນຕົວອອກຈາກການເປັນ 1 ໃນ 12 ປະເທດສະມາຊິກທີ່ຕົກລົງເປັນຮຸ້ນສ່ວນຍຸດທະສາດອາຊີ-ປາຊິຟິກ (TPP) ທີ່ຫວຽດນາມເປັນໜຶ່ງໃນສະມາຊິກ ແຕ່ຫວຽດນາມເປັນ 1 ໃນ 16 ປະເທດທີ່ ປ.ທຣຳ ກ່າວວ່າເປັນຝ່າຍໄດ້ປຽບດ້ານດຸນການຄ້າກັບສະຫະລັດຕໍ່ເນື່ອງມາຫຼາຍປີ ໂດຍສະຖິຕິເມື່ອປີທີ່ຜ່ານມາພົບວ່າສະຫະລັດເປັນຝ່າຍຂາດດຸນການຄ້າໃຫ້ຫວຽດນາມເຖິງ 32,000 ລ້ານໂດລາສະຫະລັດ.


No comments

Powered by Blogger.