ອົງການ NASA ກຽມສົ່ງຍານຂຶ້ນໄປສຳຫຼວດດວງຕາເວັນ ພາຍໃນປີໜ້າ - ອິດສະຫຼະ

ອົງການ NASA ກຽມສົ່ງຍານຂຶ້ນໄປສຳຫຼວດດວງຕາເວັນ ພາຍໃນປີໜ້າ



ສຳນັກຂ່າວຕ່າງປະເທດລາຍງານ 1 ມິຖຸນາ 2017 ວ່າ: ທ່ານ ໂທມັດ ຊູບຸກເຄນ ຜູ້ອຳນວຍການຝ່າຍວິທະຍາສາດຂອງອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ (NASA) ຖະແຫຼງເມື່ອວັນພຸດທີ່ຜ່ານມາ ກ່ຽວກັບພາລະກິດ Parker Solar Probe ເປັນການສົ່ງຍານຫຸ່ມສຳຫຼວດແບບບັງຄັບບໍ່ມີຄົນຂັບໄປໂຄຈອນຮອບດວງຕາເວັນ ເຊິ່ງຊື່ຂອງໂຄງການໄດ້ຕັ້ງຂຶ້ນເພື່ອເປັນກຽດໃຫ້ແກ່ ສຈ.ດຣ. ຢູຈິນ ປາກເກີ ນັກຟີຊິກດາລາສາດ ຈາກມະຫາວິທະຍາໄລຊິຄາໂກ ຜູ້ປະຕິວັດທິດສະດີກ່ຽວກັບລົມສຸລິຍະ ເມື່ອປີ 1958 ແລະ ຖືເປັນຄັ້ງທຳອິດທີ່ອົງການ NASA ຕັ້ງຊື່ໂຄງການຕາມຊື່ບຸກຄົນສຳຄັນໃນວົງການວິທະຍາສາດທີ່ຍັງມີຊີວິດຢູ່ ໂດຍໃນປັດຈຸບັນ ສຈ.ດຣ. ປາກເກີ ມີອາຍຸ 89 ປີ.

ສຈ.ດຣ. ຢູຈິນ ປາກເກີ

ສຳລັບລາຍລະອຽດເບື້ອງຕົນເປີດເຜີຍວ່າ ການສົ່ງຍານສຳຫຼວດປາກເກີ ໂຊລາ ໂພຼບ ມູນຄ່າ 1,500 ລ້ານໂດລາສະຫະລັດ ຈະມີຂຶ້ນໃນເດືອນກໍລະກົດ 2018 ໂດຍຍານຈະອອກເດີນທາງຈາກຖານປ່ອຍຈະຫຼວດພາຍໃນສູນອະວະກາດເຄນເນດີ ໃນລັດຟໍຣິດາ ເດີນທາງດ້ວຍຄວາມໄວ 692,000 ກິໂລແມັດຕໍ່ຊົ່ວໂມງ ຈາກນັ້ນຈະໂຄຈອນຮອບດາວສຸກ 7 ຮອບ ເພື່ອເພີ່ມແຮງແກວ່ງໃນການເຂົ້າສູ່ວົງໂຄຈອນຂອງດວງຕາເວັນພາຍໃນເດືອນທັນວາ 2024.

ເຊິ່ງເມື່ອເຖິງຈຸດໝາຍຍານສຳຫຼວດຈະລອຍຕົວຢູ່ຫ່າງຈາກພື້ນຜິວດວງຕາເວັນໃນໄລຍະຫ່າງປະມານ 6.3 ລ້ານກິໂລແມັດ ແລະ ມີກຳນົດໂຄຈອນຮອບດວງຕາເວັນ 24 ຮອບ, ໂດຍຕົວຍານຈະຢູ່ພາຍໃຕ້ກອບກັນຄວາມຮ້ອນທີ່ເຮັດຈາກກາກບອນໜາເກືອບ 12 ຊັງຕີແມັດ ເພື່ອປ້ອງກັນຕົວເອງຈາກອຸນຫະພູມໃນບໍລິເວນນັ້ນທີ່ສູງກວ່າ 1,377 ອົງສາເຊ ແລະ ອຸຫະພູມຢູ່ພື້ນຜິວດວງຕາເວັນທີ່ສູງກວ່າ 5,500 ອົງສາເຊ.


No comments

Powered by Blogger.