ລັດຖະບານອັງກິດ ພົບກັບວິກິດຄັ້ງໃໝ່ ຜົນການເລືອກຕັ້ງບໍ່ສາມາດຄອງສຽງສ່ວນໃຫຍ່ໃນສະພາໄດ້ - ອິດສະຫຼະ

ລັດຖະບານອັງກິດ ພົບກັບວິກິດຄັ້ງໃໝ່ ຜົນການເລືອກຕັ້ງບໍ່ສາມາດຄອງສຽງສ່ວນໃຫຍ່ໃນສະພາໄດ້



ສຳນັກຂ່າວຕ່າງປະເທດລາຍງານ 9 ມິຖຸນາ 2017 ວ່າ: ຜົນຢ່າງບໍ່ເປັນທາງການຂອງການເລືອກຕັ້ງທົ່ວໄປໃນປະເທດອັງກິດ ເຊິ່ງເປັນການເລືອກຕັ້ງກ່ອນກຳນົດທີ່ມີຂຶ້ນໃນວັນທີ 8 ມິຖຸນາ 2017 ທີ່ຜ່ານມາ ປາກົດວ່າພັກອະນຸລັກນິຍົມຂອງທ່ານນາຍົກລັດຖະມົນຕີ ນາງ ເທເຣຊາ ເມ ໄດ້ຮັບການເລືອກຕັ້ງເຂົ້າມາຫຼາຍທີ່ສຸດຄືລະຫວ່າງ 314-318 ສຽງ, ແຕ່ຫຼຸດລົງຈາກຈຳນວນສຽງທີ່ເຄີຍຄອງໄວ້ຕັ້ງແແຕ່ການເລືອກຕັ້ງເມື່ອເດືອນພຶດສະພາປີ 2015 ຄື 331 ສຽງ , ໃນຂະນະທີ່ທ່ານ ເຈເຣມີ ຄໍບິນ ສາມາດນຳພັກແຮງງານຕີຄະແນນນິຍົມຂຶ້ນມາໃນໂຄ້ງສຸດທ້າຍຂອງການຫາສຽງ ແລະ ເຮັດໃຫ້ໄດ້ຮັບການເລືອກຕັ້ງເຂົ້າມາເພີ່ມຂຶ້ນຈາກ 2 ປີກ່ອນເປັນ 261 ສຽງ ເພີ່ມຂຶ້ນເຖິງ 26 ສຽງ.


ເຊິ່ງການທີ່ບໍ່ມີພັກການເມືອງໃດໄດ້ຮັບການເລືອກຕັ້ງເຂົ້າມາເຖິງເກນຂັ້ນຕ່ຳຂອງການຄອງສຽງສ່ວນຫຼາຍໃນສະພາທົ່ວໄປ ຄືຢ່າງໜ້ອຍ 326 ສຽງ ຈາກທັງໝົດ 650 ສຽງ ໝາຍຄວາມວ່າສະຖານະການການເມືອງຂອງອັງກິດໃນຕອນນີ້ຕົກຢູ່ໃນພາວະຢຸດສະງັກ ຫຼື ສະພາແຂວນ (Hung Parliament) ເຖິ່ງຢ່າງໃດກໍ່ຕາມໃນຖານະພັກການເມືອງທີ່ໄດ້ຮັບການເລືອກຕັ້ງເຂົ້າມາເປັນອັນດັບ 1 ພັກອະນຸລັກນິຍົມຈະຍັງຄົງຢູ່ໃນສະຖານະຂອງລັດຖະບານ ແຕ່ທ່ານນາງ ເມ ອາດຕ້ອງພະຍາຍາມຈັດຕັ້ງລັດຖະບານປະສົມ ແຕ່ຍັງບໍ່ຊັດເຈນວ່າຈະມີພັກໃດເຂົ້າຮ່ວມເປັນລັດຖະບານປະສົມນຳຫຼືບໍ່ ຫຼື ຈະເດີນໜ້າຕໍ່ ດ້ວຍການເປັນລັດຖະບານສຽງສ່ວນໜ້ອຍ ແລະ ອາໄສສຽງສະໜັບສະໜູນຈາກພັກການເມືອງຂະໜາດນ້ອຍໃນການຜ່ານຮ່າງກົດໝາຍເປັນແຕ່ລະກໍລະນີໄປ ເຊິ່ງທ່ານນາງ ເທເຣຊາ ເມ ຜູ້ນຳອັງກິດໄດ້ກ່າວໃນຕອນໜຶ່ງລະຫວ່າງການລໍຖ້າຜົນຄະແນນວ່າ "ບ້ານເມືອງຕ້ອງການສະຖຽນລະພາບ ແລະ ຂ້າພະເຈົ້າມີໜ້າທີ່ຮັກສາເອົາໄວ້" ສື່ໃຫ້ຮູ້ວ່າທ່ານນາງຈະບໍ່ລາອອກ ເຖິງແມ່ນວ່າພັກແຮງງານຈະເດີນໜ້າຮຽກຮ້ອງຢ່າງໜັກເພື່ອກົດດັນໃຫ້ທ່ານນາງ ເທເຣຊາ ເມ ລາອອກກໍ່ຕາມ.

ນອກຈາກນັ້ນຜົນການເລືອກຕັ້ງຍັງໄດ້ສົ່ງຜົນກະທົບອອກໄປທົ່ວພູມມິພາກເອີຣົບໂດຍເຫັນໄດ້ຢ່າງຊັດເຈນ ເນື່ອງຈາກຫຼາຍຝ່າຍເປັນຫ່ວງຫຼາຍຂຶ້ນວ່າ ແນວທາງການເຈລະຈາອອກຈາກສະຫະພາບເອີຣົບຂອງອັງກິດຈະເປັນແບບໃດກໍ່ໄປ ໂດຍຄ່າເງິນປອນສະເຕີລິງໄດ້ອ່ອນຄ່າລົງເກືອບ 2% ທັນທີ່ທີ່ຜົນການສຳຫຼວດຄາດການວ່າພັກອະນຸລັກນິຍົມອາດບໍ່ສາມາດຮັກສາສຽງສ່ວນໃຫຍ່ໃນສະພາໄວ້ໄດ້, ໃນຂະນະທີ່ສະຫະພາບເອີຣົບ ແລະ ເຢຍລະມັນສະແດງທ່າທີໃນເບື່ອງຕົ້ນຕໍ່ຜົນການເລືອກຕັ້ງຂອງອັງກິດວ່າ ການເຈລະຈາອອກຈາກສະຫະພາບເອີຣົບຂອງອັງກິດເປັນເລື່ອງທີ່ລໍຖ້າບໍ່ໄດ້ອີກຕໍ່ໄປ.

ໃນດ້ານຂອງນັກວິເຄາະສ່ວນໃຫຍ່ຕີລາຄາເຖິງການປະລາໄຊຂອງທ່ານນາງ ເທເຣຊາ ເມ ໃນການເລືອກຕັ້ງຄັ້ງນີ້ວ່າ ເນື່ອງຈາກຄວາມເປັນຈິງທີ່ອັງກິດບໍ່ມີຄວາມຈຳເປັນຈະຕ້ອງຍຸບສະພາ ແລ້ວເລືອກຕັ້ງກ່ອນກຳນົດແບບນີ້ ເຖິງແມ່ນວ່າພັກອະນຸລັກນິຍົມຈະຕ້ອງການສ້າງຄວາມຊອບທຳ ແລະ ຕໍ່ເວລາໃຫ້ກັບພັກອະນຸລັກນິຍົມໃນການກຽມຕົວກ່ອນເລີ່ມເຈລະຈາອອກຈາກສະຫະພາບເອີຣົບກໍ່ຕາມ.


No comments

Powered by Blogger.