11 ຄຸນລັກສະນະຂອງ "ຜູ້ຍິງທີ່ດີ" ທີ່ຜູ້ຊາຍຄວນມີໄວ້ຄຽງຂ້າງ - ອິດສະຫຼະ

11 ຄຸນລັກສະນະຂອງ "ຜູ້ຍິງທີ່ດີ" ທີ່ຜູ້ຊາຍຄວນມີໄວ້ຄຽງຂ້າງ



ເຖິງແມ່ນວ່າມະນຸດຈະມີສະຕິປັນຍາທີ່ສະຫຼຽວສະຫຼາດປານໃດກໍ່ຕາມ ແຕ່ຫຼາຍຄົນກໍ່ຍັງບໍ່ຄ່ອຍຮູ້ເລື່ອງກ່ຽວກັບເພດກົງກັນຂ້າມ ດັ່ງນັ້ນ, ໃນບົດຄວາມນີ້ຈຶ່ງຈະຍົກຕົວຢ່າງລັກສະນະໂດຍທົ່ວໄປຂອງຜູ້ຍິງທີ່ດີ ທີ່ບັນດາຜູ້ຊາຍທັງຫຼາຍຄວນມີໄວ້ຄຽງຂ້າງ ເພື່ອຊ່ວຍຊວານຊ່ວຍຊູໃຫ້ທ່ານປະສົບຄວາມສຳເລັດທັງໃນດ້ານໜ້າທີ່ການງານ ແລະ ດ້ານຄວາມຮັກ, ແລະນີ້ຄື 11 ຄຸນລັກສະນະຂອງ "ຜູ້ຍິງທີ່ດີ" ທີ່ຜູ້ຊາຍຄວນມີໄວ້ຄຽງຂ້າງ.

1. ສາມາດເບິ່ງແຍງຕົວເອງໄດ້: ຜູູ້ຍງທີ່ພາກພູມໃຈໃນຕົວເອງ ມັກຈະໄດ້ຮັບຄວາມສົນໃຈ ແລະ ເປັນທີ່ໜ້ານັບຖືໃນສາຍຕາຜູ້ອື່ນ ເຂົາເຈົ້າມີຄວາມຮັບຜິດຊອບໃນການກະທຳຂອງຕົວເອງ ແລະ ສາມາດແກ້ໄຂເລື່ອງຕ່າງໆໄດ້ດ້ວຍຕົວເອງ ລວມທັງການບໍ່ຕຳໜິຜູ້ໃດໂດຍບໍ່ສົມເຫດສົມຜົນ "ຜູ້ຍິງປະເພດນີ້ເປັນຄົນທີ່ໜ້າເຊື່ອຖື ຈິງຈັງໃນການເຮັດວຽກ ແລະ ໝັ້ນໃຈໃນຕົວເອງ"

2. ເພິ່ງພໍໃຈໃນຮູບຮ່າງໜ້າຕາຂອງຕົວເອງ: ຜູ້ຍິງປະເພດນີ້ຈະເຫັນຄຸນຄ່າໃນຕົວເອງ ແລະ ສາມາດຄວບຄຸມອາລົມຄວາມຮູ້ສຶກໃຫ້ພໍໃຈໃນສິ່ງທີ່ມີ ເຖິງແມ່ນວ່າຈະຮູ້ສຶກບໍ່ໝັ້ນຄົງໃນບາງຄັ້ງຕາມນິໄສ ແລະ ຄວາມຄິດຂອງມະນຸດທຸກຄົນ, ແຕ່ເຂົາເຈົ້າຈະເບິ່ງເຫັນຕົວເອງໃນແວ່ນດ້ວຍຄວາມພາກພູມໃຈ ແລະ ຍັງສາມາດຄິດໄດ້ຢ່າງສະຫຼາດວ່າ: ມຸມມອງຕໍ່ຮູບຮ່າງພາຍນອກຂອງຕົນທີ່ສຳຄັນທີ່ສຸດກໍ່ຄື ມຸມມອງຈາກຕົວຂອງຕົວເອງ.

3. ເປັນຜູ້ຍິງອິດສະຫຼະ ແລະ ເພິ່ງພາຕົວເອງໄດ້: ເວົ້າຖືກຢ່າງໜຶ່ງຄືເຂົາເຈົ້າອາດບໍ່ຕ້ອງການເຈົ້ານັ້ນເອງ, ຜູ້ຍິງອິດສະຫຼະບໍ່ຈຳເປັນຕ້ອງອາໄສຜູ້ອື່ນຕອບສະໜອງຄວາມຕ້ອງການສ່ວນຕົວເຂົາເຈົ້າ ແລະ ບໍ່ມັກໃຜຄົນໃດຄົນໜຶ່ງເພາະເງິນ ຫຼື ວັດຖຸທາງກາຍ, ເຂົາເຈົ້າຈະທຽບຕົວເອງກັບຄົນຮັກໃນຖານະທີ່ເທົ່າທຽມ ແລະ ພ້ອມທີ່ຈະຊ່ວຍເຫຼືອແບ່ງເບົາຫາກເຖິງຍາມຈຳເປັນ.

4. ບໍ່ຄິດເຖິງແຕ່ຕົວເອງ ຫຼື ເອົາແຕ່ໃຈ: ແນ່ນອນວ່າຜູ້ຍິງທີ່ດີບໍ່ມີນິໄສເອົາແຕ່ໃຈ ແລະ ຕົວເອງຕ້ອງມາກ່ອນ ໃນທາງກັບກັນເຂົາເຈົ້າຈະໃຫ້ຫຼາຍກວ່າຮັບ ແລະ ຄິດເຖິງຄົນອື່ນກ່ອນສະເໝີ ຄຸນສົມບັດນີ້ຈະຍິ່ງໂດດເດັ່ນຂຶ້ນເມື່ອມີຄວາມສຳພັນກັນເກີດຂຶ້ນ ເພາະເຂົາເຈົ້າຈະມອບທັງຄວາມຮັກ, ຄວາມຊື່ສັດ ແລະ ຄວາມເຄົາລົບນັບຖືໃຫ້ກັບທ່ານ.

5. ບໍ່ສົນໃຈເລື່ອງບໍ່ເປັນເລື່ອງ: ຜູ້ຍິງທີ່ດີມີຄວາມເປັນຜູ້ໃຫຍ່ສູງ ເຂົາເຈົ້າຈະບໍ່ມາໃສ່ໃຈກັບເລື່ອງບໍ່ເປັນເລື່ອງ, ເລື່ອງການຟຸ້ມເຟືອຍເກີນຄວາມຈຳເປັນ, ບໍ່ສ້າງເລື່ອງໃຫ້ເກີດຄວາມຂັດແຍ່ງ ແລະ ໃນບາງຄັ້ງເຂົາເຈົ້າຈະຮູ້ສຶກຊັງກັບເລື່ອງມະຈຸກມະຈິກຄືກັນກັບຜູ້ຊາຍ ຫຼື ຫຼາຍກວ່າໃນບາງຄັ້ງ.

6. ເປັນແຮງບັນດານໃຈໃຫ້ກັບທ່ານໄດ້ພັດທະນາຕົນເອງ: ຜູ້ຍິງທີ່ດີຈະຮູ້ວ່າທ່ານສາມາດພັດທະນາຕົວເອງໄປໄດ້ໄກເທົ່າໃດ ແລະ ຈະຊ່ວຍສະໜັບສະໜູນທ່ານໂດຍບໍ່ຊູຊີ, ເຂົາເຈົ້າປາດຖະໜາຈະໃຫ້ທ່ານບັນລຸເຖິງຈຸດສູງສຸດຂອງຕົວທ່ານເອງ ເພາະຮັກ ແລະ ເຄົາລົບໃນຕົວທ່ານ.

7. ມີຄວາມໝັ້ນຄົງທາງອາລົມ ເຖິງຈະຢູ່ທ່າມກາງຄວາມຂັດແຍ່ງ: ຜູ້ຍິງທີ່ມີສະຕິປັນຍາ ແລະ ວຸດທິພາວະນັ້ນເຂົາເຈົ້າເຂົ້າໃຈດີວ່າ ຄວາມຂັດແຍ່ງເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້ທຸກຄັ້ງ ສິ່ງທີ່ເຮັດໃຫ້ເຂົາເຈົ້າໂດດເດັ່ນກວ່າຜູ້ຍິງຄົນອື່ນກໍ່ຄື ຄວາມໝັ້ນຄົງ ແລະ ມີເຫດມີຜົນເມື່ອເກີດເຫດການຂັດແຍ່ງ ເຊິ່ງຈະຊ່ວຍຄິດຫາທາງອອກທີ່ເໝາະສົມຕໍ່ສະຖານະການຄວາມຂັດແຍ່ງໃດໆກໍ່ຕາມທີ່ຢູ່ຕໍ່ໜ້າ.

8. ເຊື່ອໝັ້ນໃນຈຸດຢືນຂອງຕົວເອງ ແຕ່ກໍ່ເປີດກວ້າງທາງຄວາມຄິດ: ເຂົາເຈົ້າບໍ່ຢ້ານທີ່ຈະສະແດງຄວາມຄິດເຫັນ ແລະ ຮັກສາຈຸດຢືນຂອງຕົວເອງ ແລະ ຍັງມີຄວາມຮູ້ມາສະໜັບສະໜູນຄວາມເຊື່ອຂອງຕົວເອງອີກດ້ວຍ, ສິ່ງສຳຄັນທີ່ສຸດຄືເຂົາເຈົ້າມີຄວາມອົດທົນຕໍ່ຜູ້ອື່ນ ແລະ ຕັ້ງໃຈຟັງຄວາມຄິດເຫັນຈາກຜູ້ອື່ນ, ໃນດ້ານຄວາມສຳພັນ ການເປັນຄົນເຊື່ອໝັ້ນໃນຈຸດຢືນແຕ່ກໍ່ເປີດກວ້າງທາງຄວາມຄິດນັ້ນແປວ່າ ເຂົາເຈົ້າບໍ່ໄດ້ຕ້ອງການເອົາຊະນະທ່ານ ແຕ່ກໍ່ບໍ່ໄດ້ຕ້ອງການໃຫ້ທ່ານມາເອົາອົກເອົາໃຈເຊັ່ນກັນ.

9. ຊັດເຈນໃນເລື່ອງຄວາມສຳພັນທາງກາຍ: ຜູ້ຍິງທີ່ດີນັ້ນບໍ່ເຂີນອາຍໃນເລື່ອງຄວາມສຳພັນທາງກາຍ ທ່ານຈະຮູ້ໄດ້ເອງວ່າເມື່ອໃດທີ່ເຂົາເຈົ້າພ້ອມຈະພັດທະນາຄວາມສຳພັນໄປອີກລະດັບໜຶ່ງ ເຂົາເຈົ້າກ້າທີ່ຈະບອກວ່າມັກ ຫຼື ບໍ່ມັກການກະທຳແບບໃດ ແລະ ຍັງເປັນຄົນໃຈເຢັນ, ມີສະຕິ ແລະ ມີວຸດທິພາວະພໍ.

10. ສ້າງຄວາມປະທັບໃຈໃຫ້ແກ່ຜູ້ອື່ນໄດ້ສະເໝີ: ຜູ້ຍິງທີ່ດີຍ່ອມມີລັກສະນະນິໄສທີ່ດີ, ເປັນຄົນໝັ້ນໃຈ, ສະຫຼາດ, ເປີດເຜີຍ, ຈິງໃຈ ແລະ ຊື່ສັດ ດ້ວຍເຫດນີ້ເຂົາເຈົ້າຈຶ່ງສ້າງຄວາມປະທັບໃຈໃຫ້ແກ່ຜູ້ອື່ນໄດ້ສະເໝີ ແລະ ຂໍ້ດີກໍ່ຄືຄອບຄົວ ແລະ ໝູ່ເພື່ອນຂອງຈະຊົມເຊີຍ ແລະ ນັບຖືໃນຕົວຂອງເຂົາເຈົ້າດ້ວຍເຊັ່ນກັນ.

11. ເຮັດໃຫ້ທ່ານຮູ້ສຶກໂຊກດີທີ່ມີເຂົາເຈົ້າຢູ່ຄຽງຂ້າງ: ຕ້ອງຮູ້ສຶກໂຊກດີຢ່າງແນ່ນອນຖ້າໄດ້ຜູ້ຍິງທີ່ຄົບທັງ 10 ຂໍ້ຂ້າງເທິງມາຄຽງຂ້າງ? ແລະ ຄວນຈະຮູ້ສຶກພູມໃຈໃນຕົວເອງ ເພາະຜູ້ຍິງແບບນີ້ຈະບໍ່ມີທາງເປີດຄວາມສຳພັນກັບໃຜງ່າຍໆຖ້າຜູ້ຊາຍຄົນນັ້ນບໍ່ຜ່ານມາດຕະຖານ ແລະ ຖ້າເຂົາເຈົ້າຕົກລົງປົງໃຈທີ່ຈະໃຊ້ຊີວິດຮ່ວມກັບທ່ານ ນັ້ນແປວ່າທ່ານໂຊກດີທີ່ສຸດ...!

No comments

Powered by Blogger.