ຜູ້ນຳອິນໂດເນເຊຍອະນຸຍາດໃຫ້ "ຂ້າ" ຜູ້ຄ້າຢາເສບຕິດໄດ້ ຫາກຂັດຂືນຕໍ່ການຈັບກຸມ - ອິດສະຫຼະ

ຜູ້ນຳອິນໂດເນເຊຍອະນຸຍາດໃຫ້ "ຂ້າ" ຜູ້ຄ້າຢາເສບຕິດໄດ້ ຫາກຂັດຂືນຕໍ່ການຈັບກຸມ



ສຳນັກຂ່າວຕ່າງປະເທດລາຍງານ 23 ກໍລະກົດ 2017 ວ່າ: ທ່ານ ດີໂຈໂກ ວິໂດໂດ ປະທານປະເທດອິນໂດເນເຊຍ ຖະແຫຼງເລື່ອງການໃຊ້ອຳນາດພິເສດຂອງຝ່າຍບໍລິຫານ ອະນຸຍາດໃຫ້ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງສາມາດສັງຫານຄົນຮ້າຍໃນຄະດີຄ້າຢາເສບຕິດທີ່ຂັດຂືນການຈັບກຸມຂອງເຈົ້າໜ້າທີ່ ໂດຍສະເພາະຜູ້ຕ້ອງສົງໄສທີ່ເປັນຄົນຕ່າງປະເທດທີ່ລັກລອບເຂົ້າມາຄ້າຢາເສບຕິດໃນປະເທດ ພ້ອມທັງຢ້ຳວ່າໃນຕອນນີ້ອິນໂດເນເຊຍກຳລັງປະເຊີນກັບພາວະວິກິດດ້ານຢາເສບຕິດ.

ຄຳສັ່ງດັ່ງກ່າວຂອງທ່ານ ວິໂດໂດ ເກີດຂຶ້ນພຽງ 1 ອາທິດ ພາຍຫຼັງທີ່ຕຳຫຼວດອິນໂດເນເຊຍສັງຫານຊາຍຊາວໄຕ້ຫວັນ ຢູ່ນະຄອນຫຼວງຈາກາຕາ ເຊິ່ງເປັນສະມາຊິກຂອງຂະບວນການຄ້າຢາເສດຕິດຂ້າມຊາດ ແລະ ເຈົ້າໜ້າທີ່ຢືນຢັນວ່າຜູ້ຕ້ອງສົງໄສພະຍາຍາມຫຼົບໜີການຈັບກຸມ, ເຖິ່ງຢ່າງໃດກໍ່ຕາມປະຕິບັດການຂອງເຈົ້າໜ້າທີ່ໄດ້ຮັບສຽງປະນາມຢ່າງຮຸນແຮງຈາກອົງກອນສິດທິມະນຸດ ທີ່ຮຽກຮ້ອງໃຫ້ອິນໂດເນເຊຍຍົກເລີກການລົງໂທດຍິງເປົ້າປະຫານຊີວິດຜູ້ຕ້ອງຫາໃນຄະດີຢາເສບຕິດ.

ເຊິ່ງນັບຕັ້ງແຕ່ທ່ານ ວິໂດໂດ ເຂົ້າຮັບຕຳແໜ່ງເປັນປະທານປະເທດອິນໂດເນເຊຍເມື່ອປີ 2014 ໄດ້ສັ່ງປະຫານຊີວິດຜູ້ຕ້ອງຫາໃນຄະດີຢາເສບຕິດໄປແລ້ວ 18 ຄົນ, ຂະນະທີ່ສຳນັກງານໄອຍະການສູງສຸດອິນໂດເນເຊຍເປີດເຜີຍວ່າ ລັດຖະບານມີແຜນປະຫານຊີວິດຜູ້ຕ້ອງຫາອີກຫຼາຍກວ່າ 30 ຄົນໃນປີນີ້ ສ່ວນໃຫຍ່ເປັນນັກໂທດຄ້າຢາເສບຕິດ ແລະ ເປັນຊາວຕ່າງປະເທດ.

No comments

Powered by Blogger.