ຈີນສົ່ງຝູງເຮືອຮົບ "ຊ້ອມຮົບ" ກັບລັດເຊຍ ທ່າມກາງຄວາມເຄັ່ງຕຶງກັບກຸ່ມ NATO - ອິດສະຫຼະ

ຈີນສົ່ງຝູງເຮືອຮົບ "ຊ້ອມຮົບ" ກັບລັດເຊຍ ທ່າມກາງຄວາມເຄັ່ງຕຶງກັບກຸ່ມ NATO



ສຳນັກຂ່າວຕ່າງປະເທດລາຍງານ 23 ກໍລະກົດ 2017 ວ່າ: ເຮືອຮົບຂອງຈີນ 3 ລຳ ເດີນທາງເຖິງນ່ານນ້ຳທະເລບໍຕິກນອກຊາຍຝັ່ງເມືອງຄາລິນິນກຣາດຂອງລັດເຊຍແລ້ວ ເພື່ອກຽມເຂົ້າຮ່ວມຮ່ວມຊ້ອມຮົບກັບກອງທັບເຮືອລັດເຊຍໃນອາທິດໜ້າ ໂດຍປະຕິບັດການໃນຄັ້ງນີ້ຖືວ່າເປັນຄັ້ງທຳອິດທີ່ມະຫາອຳນາດທັງສອງຮ່ວມກັນຊ້ອມຮົບໃນທະເລບໍຕິກ.

ກະຊວງປ້ອງກັນປະເທດລັດເຊຍຖະແຫຼງວ່າ ການຊ້ອມຮົບຮ່ວມຈະຈັດຂຶ້ນເປັນເວລາໜຶ່ງອາທິດ ແລະ ຈະປະຕິບັດການເຝິກຊ້ອມຢ່າງເຂັ້ມຂຸ້ນທີ່ສຸດໃນລະຫວ່າງວັນທີ 25-27 ກໍລະກົດ 2017 ນີ້ ເພື່ອເຝິກຊ້ອມການຕໍ່ຕ້ານເຮືອຮົບ, ເຮືອດຳນ້ຳ ແລະ ປະຕິບັດການກູ້ໄພ, ໂດຍຝ່າຍລັດເຊຍຈະນຳກອງເຮືອທະເລບໍຕິກທີ່ປະຈຳການທີ່ເມືອງທ່າບໍຕິກເຂົ້າຮ່ວມ.

ເຊິ່ງຈີນ ແລະ ລັດເຊຍໄດ້ມີການຮ່ວມຊ້ອມຮົບເປັນປະຈຳນັບຕັ້ງແຕ່ປີ 2012 ເປັນຕົ້ນມາ, ແຕ່ໃນຄັ້ງນີ້ເປັນຄັ້ງທຳອິດທີ່ດຳເນີນການເຝິກຊ້ອມໃນທະເລບໍຕິກ ເຊິ່ງເຮັດໃຫ້ອົງການສົນທິສັນຍາອາກລັງຕິກເໜືອ ຫຼື NATO ຕ້ອງຕິດຕາມຢ່າງໃກ້ຊິດ ເນື່ອງຈາກ NATO ຢູ່ລະຫວ່າງເສີມກຳລັງທະຫານໃນໂປໂລຍ ແລະ ກຸ່ມປະເທດຕິດທະເລບໍຕິກເຊັ່ນ: ແອັດສະໂຕນີ, ລັດເວຍ ແລະ ລິດຕັວນີ ເພື່ອຕອບໂຕ້ປະຕິບັດການທາງການທະຫານຂອງລັດເຊຍໃນພູມມິພາກດັ່ງກ່າວ ລວມທັງການທີ່ລັດເຊຍເຂົ້າແຊກແຊງການສູ້ຮົບໃນອູແກຣນຕາເວັນອອກ.







No comments

Powered by Blogger.