ລັດຖະບານຕັ້ງເປົ້າເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 26,000 ກວ່າຕື້ກີບພາຍໃນປີ 2018 - ອິດສະຫຼະ

ລັດຖະບານຕັ້ງເປົ້າເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 26,000 ກວ່າຕື້ກີບພາຍໃນປີ 2018



ສຳນັກຂ່າວສານປະເທດລາວ (ຂປລ) ລາຍງານວ່າ: ລັດຖະບານໄດ້ຕັ້ງເປົ້າໝາຍສູ້ຊົນໃຫ້ບັນລຸການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ 26,000 ຕື້ກວ່າກີບພາຍໃນປີ 2018 ເຊິ່ງເປັນໜຶ່ງໃນຫຼາຍຄວາມພະຍາຍາມ ເພື່ອຕອບສະໜອງຍຸດທະສາດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະສົກປີ 2017-2018 ໂດຍການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຕ້ອງບັນລຸ 26,618 ຕື້ກີບ ເທົ່າກັບ 18.72% ຂອງ GDP ໃນນັ້ນ, ລາຍຮັບພາຍໃນບໍ່ໃຫ້ຫຼຸດ 23,028 ຕື້ກີບ ເທົ່າກັບ 16.19% ຂອງ GDP, ດ້ານລາຍຈ່າຍຕ້ອງນອນໃນແຜນງົບປະມານໄລຍະ 4 ປີ ທີ່ສະພາແຫ່ງຊາດໄດ້ຮັບຮອງທັງໝົດ 33,320 ຕື້ກີບ ຫຼື ເທົ່າກັບ 23.43% ຂອງ GDP.


ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກກະຊວງການເງິນກ່າວໃນກອງປະຊຸມເຜີຍແຜ່ ການສ້າງແຜນງົບປະມານແຫ່ງລັດປະຈຳປີ 2018 ທີ່ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ທີ່ກະຊວງການເງິນວ່າ: ເພື່ອຜັນຂະຫຍາຍກົດໝານວ່າດ້ວຍງົບປະມານແຫ່ງລັດ ສະບັບປັບປຸງໃຫ້ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດແນ່ໃນສ້າງແຜນງົບປະມານປະຈຳປີ ໃຫ້ສອດຄ່ອງກັບແຜນງົບປະມານແຫ່ງລັດ 4 ປີ (2017-2020).

ການສ້າງແຜນໃນຄັ້ງນີ້ ຕ້ອງໄດ້ມີການຄົ້ນຄວ້າໃຫ້ມີຄວາມຊັດເຈນຄົບຖ້ວນຮັບປະກັນຕາມຄວາມເປັນຈິງ ທັງຂົນຂວາຍທຸກທ່າແຮງ ທີ່ມີໃນການສ້າງແຜນລາຍຮັບປີ 2018 ເຊິ່ງຕິດພັນກັບບັນດາກະຊວງ, ຂະແໜງການ, ຫ້ອງການທີ່ມີລາຍຮັບທາງດ້ານວິຊາການ, ຄົ້ນຄວ້າແຫຼ່ງລາຍຮັບບໍລິຫານດັ່ງກ່າວໃຫ້ຄົບຖ້ວນຖືກຕ້ອງ ເພື່ອກຳນົດເຂົ້າໃນແຜນປີ 2018 ໃຫ້ມີຄວາມເປັນຈິງ.

ອີງຕາມຄຳແນະນຳວ່າດ້ວຍ ການສ້າງແຜນງົບປະມານແຫ່ງລັດ ປະຈຳປີ 2018 ສະບັບເລກທີ 2168/ກງ ລົງວັນທີ 27 ມິຖຸນາ 2017 ເຊັນໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນໃຫ້ຮູ້ວ່າ:

ເພື່ອຕອບສະໜອງຍຸດທະສາດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ທັງເປັນການກະຕຸກຊຸກຍູ້ເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບ, ພ້ອມທັງສ້າງພື້ນຖານການເງິນແຫ່ງຊາດໃຫ້ເຂັ້ມແຂງ, ຮັບປະກັນການສະໜອງທຶນໃຫ້ແກ່ການພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ເພື່ອເຮັດໃຫ້ແຜນງົບປະມານແຫ່ງລັດ ປະຈຳປີ 2018 ບັນລຸຜົນຕາມເປົ້າໝາຍທີ່ວາງໄວ.

ສະນັ້ນ, ດ້ານລາຍຈ່າຍຕ້ອງນອນໃນແຜນງົບປະມານໄລຍະ 4 ປີທີ່ສະພາແຫ່ງຊາດໄດ້ຮັບຮອງເປັນຄາດໝາຍສູງສຸດທັງໝົດ 33,320 ຕື້ກີບ ຫຼື ເທົ່າກັບ 23.42% ຂອງ GDP ສະນັ້ນ, ການສ້າງແຜນລາຍຈ່າຍໃນປີ 2018 ຕ້ອງໄດ້ເອົາຄຳສັ່ງເລກທີ 09/ນຍ ລົງວັນທີ 15 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດເປັນພື້ນຖານ ໃນການຫັນສູ່ໜ້າວຽກຂອງແຕ່ລະກະຊວງ, ຂະແໜງການຕ່າງໆໃຫ້ມີການປະຢັດມັດຖະຍັດຂຶ້ນຕື່ມ, ນອກນັ້ນບັນຫາລາຍຈ່າຍ ທີ່ເປັນບູລິມະສິດ ໂດຍສະເພາະລາຍຈ່າຍເງິນເດືອນ, ເງິນອຸດໝູນຕ່າງໆ ຕ້ອງຢູ່ໃນພື້ນຖານຄວາມເປັນຈິງຕາມຈຳນວນຄົນທີ່ມີ ແລະ ໃຫ້ມີການກວດກາບັນດາຫົວໜ່ວຍໃຫ້ມີປະສິດທິຜົນ ເພື່ອຫຼີກລ້ຽງການຂຶ້ນແຜນເພື່ອໄວ້ ແລະ ມີການຊ້ຳຊ້ອນອີກດ້ວຍ.

ໂດຍລວມແລ້ວຄາດໝາຍລວມຂອງແຜນງົບປະມານປີນີ້ ຕ້ອງໄດ້ເນັ້ນໃສ່ການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ເຮັດໃຫ້ງົບປະມານແຫ່ງລັດມີຄວາມໝັ້ນທ່ຽງ, ຈຳກັດການສ້າງໜີ້ສິນໃໝ່ ແລະ ແກ້ໄຂໜີ້ສິນຄຸມເຄືອໃຫ້ຫຼຸດລົງເທື່ອລະກ້າວ ຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວບໍ່ຫຼຸດ 7% ລະດັບການຂາດດຸນບໍ່ໃຫ້ເກີນ 5% ຂອງ GDP, ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 5% ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ອັດຕາແລກປ່ຽນໃຫ້ຢູ່ໃນກອບທີ່ສາມາດຄຸ້ມຄອງໄດ້, ກຳນົດອັດຕາແລກປ່ຽນ 8,300 ກີບຕໍ່ໂດລາສະຫະລັດ ສຳລັບການຄິດໄລ່ໃນການສ້າງແຜນງົບປະມານແຫ່ງລັດ.

ເຖິງຢ່າງໃດກໍ່ຕາມໃນການສ້າງແຜນລາຍຈ່າຍງົບປະມານແຫ່ງລັດ ແມ່ນໃຫ້ອີງໃສ່ຄວາມອາດສາມາດການຈັດເກັບລາຍຮັບຕົວຈິງ ແລະ ໄປຕາມແຜນວຽກບູລິມະສິດຂອງແຕ່ລະຂະແໜງການ, ປະຕິບັດຕາມດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດຢ່າງເຄັ່ງຄັດ.

No comments

Powered by Blogger.