ກາຕາ ປະກາດວ່າມີເງິນສຳຮອງຫຼາຍພໍທີ່ຈະຕໍ່ສູ້ກັບວິກິດທີ່ຖືກປ່ອຍໃຫ້ຢູ່ຢ່າງໂດດດ່ຽວ - ອິດສະຫຼະ

ກາຕາ ປະກາດວ່າມີເງິນສຳຮອງຫຼາຍພໍທີ່ຈະຕໍ່ສູ້ກັບວິກິດທີ່ຖືກປ່ອຍໃຫ້ຢູ່ຢ່າງໂດດດ່ຽວ



ສຳນັກຂ່າວຕ່າງປະເທດລາຍງານ 11 ກໍລະກົດ 2017 ວ່າ: ເມື່ອວັນທີ 10/07/2017 ທີ່ຜ່ານມາ ຊີດ ອັບດຸນເລາະ ບິນ ຊາອຸດ ອັນ-ທານີ ຜູ້ວ່າການທະນາຄານກາງກາຕາ ໃຫ້ສຳພາດກັບນັກຂ່າວສະຖານນີໂທລະພາບ CNBC ກ່າວວ່າ ກາຕາມີເງິນສຳຮອງ 340,000 ລ້ານໂດລາສະຫະລັດ (340 ຕື້ໂດລາ) ຫຼາຍພໍທີ່ຈະຊ່ວຍໃຫ້ປະເທດຮັບມືກັບການຖືກປ່ອຍໃຫ້ຢູ່ຢ່າງໂດດດ່ຽວຈາກກຸ່ມປະເທດອາຣັບທີ່ມີອິດທິພົນ ເງິນສຳຮອງດັ່ງກ່າວເປັນຄວາມໜ້າເຊື່ອຖືຂອງລະບົບຂອງກາຕາ ແລະ ກາຕາມີເງິນສົດຫຼາຍພໍທີ່ຈະປ້ອງກັນວິກິດໃນຮູບແບບຕ່າງໆ.

ອັນ-ທານີກ່າວວ່າ ທະນາຄານກາງກາຕາມີເງິນສົດ ແລະ ຄຳສຳຮອງລວມມູນຄ່າ 40,000 ລ້ານໂດລາສະຫະລັດ ສ່ວນສຳນັກງານການລົງທຶນແຫ່ງຊາດກາຕາມີເງິນສົດສຳຮອງ 300,000 ລ້ານໂດລາສະຫະລັດ.

ຕະຫຼາດຮຸ້ນກາຕາງຽບເຫງົາລົງ ແລະ ຄ່າເງິນຣິຢານຜັນຜວນໃນຕະຫຼາດ ນັບຕັ້ງແຕ່ປະເທດອາຣັບບີ ຊາອູດິດ, ສະຫະນະຄອນ ເອເມຣັດ ອາຣັບ, ບາເຣນ ແລະ ເອຢິບ ປະກາດຕັດຄວາມສຳພັນທາງການທູດ ແລະ ເສັ້ນທາງຄົມມະນາຄົດກັບກາຕາ ເມື່ອວັນທີ 5 ມິຖຸນາ 2017 ເປັນຕົ້ນມາ ດ້ວຍຂໍ້ກ່າວຫາວ່າກາຕາສະໜັບສະໜູນກຸ່ມກໍ່ການຮ້າຍ ແລະ ທາງການກາຕາກໍ່ໄດ້ປະຕິເສດກໍ່ກ່າວຫາດັ່ງກ່າວແລ້ວ.

ຜູ້ວ່າທະນາຄານກາງກາຕາກ່າວວ່າ: ພວກເຮົາມີລະບົບທີ່ດີ ແລະ ເປັນເອກະລັກສະເພາະຕົວ ພວກເຮົາມີກົດໝາຍຕໍ່ຕ້ານການກໍ່ການຮ້າຍທຸກຮູບແບບ ແລະ ພວກເຮົາປະຕິບັດໜ້າທີ່ຮ່ວມກັບ IMF (ກອງທຶນການເງິນລະຫວ່າງປະເທດ) ແລະ ສະຖາບັນອື່ນໆ ເພື່ອກໍ່ຕັ້ງກົດໝາຍ, ການບັນຊີ ແລະ ລະບົບກວດສອບຂອງພວກເຮົາ ເຊິ່ງຈາກການສັງເກດເຫັນວ່າມີເງິນທຶນໄຫຼອອກນອກກາຕາ ຈາກຊາວຕ່າງປະເທດບາງສ່ວນ ແຕ່ຈຳນວນບໍ່ຫຼາຍ ບໍ່ເຖິງ 6,000 ລ້ານໂດລາສະຫະລັດ ໃນເດືອນທີ່ຜ່ານມາ ແລະ ເງິນໄຫຼເຂົ້າມີຈຳນວນຫຼາຍກວ່າ, ສະຖຽນລະພາບຂອງເງິນຣິຢານກາຕາ ເຊິ່ງຜູກກັບເງິນໂດລາສະຫະລັດໂດຍກົງກໍ່ຈະມີຕໍ່ໄປໃນອະນາຄົດ ແລະ ສັນຍາໄລຍະຍາວໃນອຸດສາຫະກຳນ້ຳມັນ ແລະ ອາຍແກັດຂອງກາຕາກໍ່ບໍ່ມີບັນຫາຕິດຂັດໃດໆ.

No comments

Powered by Blogger.