ສະພາກຳປູເຈຍແກ້ໄຂກົດໝາຍເລືອກຕັ້ງ ດ້ວຍເປົ້າໝາຍເພື່ອກີດກັນພັກຝ່າຍຄ້ານໃນການເລືອກຕັ້ງຄັ້ງຕໍ່ໄປ - ອິດສະຫຼະ

ສະພາກຳປູເຈຍແກ້ໄຂກົດໝາຍເລືອກຕັ້ງ ດ້ວຍເປົ້າໝາຍເພື່ອກີດກັນພັກຝ່າຍຄ້ານໃນການເລືອກຕັ້ງຄັ້ງຕໍ່ໄປ



ສຳນັກຂ່າວຕ່າງປະເທດລາຍງານ 11 ກໍລະກົດ 2017 ວ່າ: ໃນການປະຊຸມສະພາແຫ່ງຊາດກຳປູເຈຍ ເຊິ່ງພັກປະຊາຊົນກຳປູເຈຍຂອງສົມເດັດຮຸນ ເຊນ ນາຍົກລັດຖະມົນຕີ ທີ່ຄອງສຽງສ່ວນໃຫຍ່ໃນສະພາ ມີມະຕິໃນກອງປະຊຸມເມື່ອວັນຈັນທີ່ຜ່ານມາຮັບຮອງຮ່າງກົດໝາຍແກ້ໄຂເພີ່ມເຕີມມາດຕາໃນກົດໝາຍເລືອກຕັ້ງ ວ່າດ້ວຍການຫ້າມບໍ່ໃຫ້ພັກການເມືອງກ່ຽວຂ້ອງ ແລະ ມີຄວາມສຳພັນກັບບຸກຄົນທີ່ມີຄະດີອາຍາ ຫຼື ຄະດີອາຊະຍາກຳ ຕະຫຼອດຮອດບຸກຄົນທີ່ສານສັ່ງຫ້າມເຄື່ອນໄຫວທາງການເມືອງ ຖານໂພສ (Post) ຜ່ານສື່ອອນລາຍດ້ວຍພາບນິ້ງ, ພາບເຄື່ອນໄຫວ ແລະ ຂໍ້ຄວາມສຽງທີ່ມີເນື້ອໃນປຸກລະດົມ ຫາກພັກການເມືອງໃດຝ່າຝືນອາດຕ້ອງໄດ້ຮັບໂທດເວັ້ນວັກທາງການເມືອງສູງສຸດເປັນເວລາ 5 ປີ ຫຼື ອາດຖືກຍຸບພັກທັນທີ.

ໃນດ້ານຂອງພັກກູ້ຊາດກຳປູເຈຍ ເຊິ່ງເປັນພັກແກນນຳຝ່າຍດ້ານ ໄດ້ຂວໍ້າການປະຊຸມຄັ້ງນີ້ໂດຍບໍ່ເຂົ້າຮ່ວມ ແລະ ອອກຖະແຫຼງກາານປະນາມມະຕິດັ່ງກ່າວຂອງສະພາວ່າ ເຕັມໄປດ້ວຍຈຸດປະສົງທາງການເມືອງຢ່າງຊັດເຈນ ເນື່ອງຈາກວ່າປັດຈຸບັນພັກກູ້ຊາດກຳປູເຈຍຢູ່ພາຍໃຕ້ການນຳພາຂອງທ່ານ ແກມ ສຸຂາ ກໍ່ຈິງ ແຕ່ຮ່າງກົດໝາຍດັ່ງກ່າວໄດ້ເລັງເປົ້າໝາຍເພື່ອກີດກັນການຫາສຽງຈາກຕ່າງປະເທດຂອງອະດີດຫົວໜ້າພັກກູ້ຊາດກຳປູເຈຍນັ້ນກໍ່ຄື ທ່ານ ສົມ ຣັງສີ ເຊິ່ງຍັງລີ້ໄພຢູ່ໃນປະເທດຝຣັ່ງ ພາຍຫຼັງທີ່ຖືກສົມເດັດຮຸນ ເຊນ ເປັນໂຈດຟ້ອງໃນສານຫຼາຍຄະດີ ທີ່ລວມທັງການໝິ່ນປະໝາດຕໍ່ຜູ້ນຳກຳປູເຈຍ ແລະ ການປຸກລະດົມທາງການເມືອງ, ໃນຂະນະທີ່ສະພາອາຊຽນເພື່ອສິດທິມະນຸດ ໄດ້ອອກຖະແຫຼງການສະແດງຄວາມເປັນຫ່ວງ ແລະ ວິຈານວ່າລັດຖະບານກຳປູເຈຍຮຸກຮານຂົ່ມຂູ້ຝ່າຍເພີ່ມຂຶ້ນໃນຫຼາຍດ້ານ, ເຊິ່ງກຳປູເຈຍຈະມີການເລືອກຕັ້ງທົ່ວໄປໃນວັນທີ 22 ກໍລະກົດ 2018.

No comments

Powered by Blogger.