ອິນເດຍ - ສ.ອາເມຣິກາ ແລະ ຍີ່ປຸ່ນ ຮ່ວມຊ້ອມຮົບທາງທະເລໃນມະຫາສະໝຸດອິນເດຍ ເພື່ອຄານອິດທິພົນຈີນ - ອິດສະຫຼະ

ອິນເດຍ - ສ.ອາເມຣິກາ ແລະ ຍີ່ປຸ່ນ ຮ່ວມຊ້ອມຮົບທາງທະເລໃນມະຫາສະໝຸດອິນເດຍ ເພື່ອຄານອິດທິພົນຈີນ



ສຳນັກຂ່າວຕ່າງປະເທດລາຍງານ 11 ກໍລະກົດ 2017 ວ່າ: ອິນເດຍເລີ່ມການຊ້ອມຮົບທາງທະເລ  "ມາລາບາ 2017" (Malabar 2017) ຮ່ວມກັບສະຫະລັດອາເມຣິກາ ແລະ ຍີ່ປຸ່ນ ໃນທະເລນອກຝັ່ງທາງພາກໃຕ້ຂອງອິນເດຍ ເມື່ອວັນຈັນທີ່ຜ່ານມາ ໂດຍມີເປົ້າໝາຍຍົກລະດັບຄວາມສຳພັນທາງທະຫານ ເພື່ອຕໍ່ຕ້ານອິດທິພົນຂອງຈີນທີ່ກຳລັງແຜ່ຂະຫຍາຍໃນພູມມິພາກ ເຊິ່ງການຊ້ອມຮົບດັ່ງກ່າວເກີດຂຶ້ນໃນຂະນະທີ່ກອງທັບອິນເດຍ ແລະ ກອງທັບຈີນກຳລັງປະເຊີນໜ້າໃນເຂດຄວາມຂັດແຍ່ງທາງຍຸດທະສາດຢູ່ສາຍພູຫິມາໄລ ເຂດແດນຮອຍຕໍ່ລະຫວ່າງອິນເດຍ, ຈີນ ແລະ ພູຖານ.

ອິນເດຍເກີດກໍລະນີຄວາມຂັດແຍ່ງທາງດິນແດນມາຍາວນານກັບຈີນ ທີ່ເປັນປະເທດເພື່ອນບ້ານຂະໜາດໃຫຍ່ ທີ່ຂະຫຍາຍປະຕິບັດການທາງທະເລມາຍັງພູມມິພາກອາຊີໃຕ້ເລື້ອຍໆ.


ຖືເປັນປີທີ 4 ຕິດຕໍ່ກັນທີ່ກອງກຳລັງປ້ອງກັນຕົນເອງທາງທະເລ (MSDF) ຂອງຍີ່ປຸ່ນ ເຂົ້າຮ່ວມການຊ້ອມຮົບດັ່ງກ່າວ, ການຊ້ອມຮົບມາລາບາ ໄດ້ຈັດຂຶ້ນເປັນປະຈຳທຸກປີ ໂດຍກອງທັບເຮືອ ສ.ອາເມຣິກາ ແລະ ກອງທັບເຮືອອິນເດຍ ໃນນ່ານນ້ຳອ່າວເບງກອນ ຕັ້ງແຕ່ປີ 1992 ເປັນຕົ້ນມາ.

ຖະແຫຼງການຂອງກອງທັບເຮືອ ສ.ອາເມຣິກາ ກ່າວວ່າ ມາລາບາເຕີບໃຫຍ່ຂຶ້ນທັງໃນດ້ານຂອບເຂດ ແລະ ຄວາມຊັບຊ້ອນ ໃນໄລຍະຫຼາຍປີທີ່ຜ່ານມາ ເພື່ອໃຫ້ສາມາດຮັບມືກັບໄພຮຸກຮານຮ່ວມກັນດ້ານຄວາມໝັ້ນຄົງທາງທະເລໃນພູມມິພາກອິນເດຍ-ອາຊີ-ປາຊີຟິກ.


ການຊ້ອມຮົບມາລາບາ 2017 ຈະຊ້ອມຈົນເຖິງວັນທີ 17 ກໍລະກົດ 2017 ນີ້, ກອງທັບເຮືອ ສ.ອາເມຣິກາສົ່ງກອງເຮືອ USS Nimitz ເຊິ່ງເປັນເຮືອບັນທຸກຍົນຂະໜາດໃຫຍ່ທີ່ສຸດໃນໂລກໃນປັດຈຸບັນເຂົ້າຮ່ວມ.

ໃນດ້ານຂອງຈີນກໍ່ໄດ້ເດີນໜ້າເພີ່ມລະດັບກິດຈະກຳໃນມະຫາສະໝຸດອິນເດຍ ໃນໄລຍະຫຼາຍປີຫຼ້າສຸດ ລວມເຖິງການສ້າງທ່າເຮືອໃນສີລັງກາ, ບັງກະລາເທດ ແລະ ປາກິດສະຖານ ເຊິ່ງພູມມິພາກນີ້ເປັນສ່ວນສຳຄັນໃນແຜນໂຄງການ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຂອງຈີນ ທີ່ຕ້ອງການຟື້ນຟູເສັ້ນທາງສາຍໄໝການຄ້າສະໄໝບູຮານຂອງຈີນ ເຊິ່ງໄດ້ສ້າງຄວາມບໍ່ສະບາຍໃຈໃຫ້ກັບອິນເດຍ.


ການຊ້ອມຮົບມາລາບາ 2017 ເກີດຂຶ້ນທ່າມກາງຄຳປະກາດຂອງທ່ານ ໂດໂນ ທຣຳ ປະທານປະເທດ ສ.ອາເມຣິກາ ທີ່ກ່າວວ່າ ສາຍພົວພັນລະຫວ່າງ ສ.ອາເມຣິກາ ແລະ ອິນເດຍ "ບໍ່ເຄີຍຮັດແໜ້ນເຂັ້ມແຂງເທົ່ານີ້ມາກ່ອນ" ໃນຂະນະທີ່ທ່ານພົບປະກັບທ່ານ ນະເຣນທະຣາ ໂມດີ ນາຍົກລັດຖະມົນຕີຂອງອິນເດຍເປັນຄັ້ງທຳອິດ.

No comments

Powered by Blogger.