ພາກໃຕ້ຍີ່ປຸ່ນຖືກນ້ຳຖ້ວມ, ນ້ຳຊຸ ຢ່າງຮຸນແຮງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 20 ຄົນ - ອິດສະຫຼະ

ພາກໃຕ້ຍີ່ປຸ່ນຖືກນ້ຳຖ້ວມ, ນ້ຳຊຸ ຢ່າງຮຸນແຮງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 20 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 10 ກໍລະກົດ 2017 ວ່າ: ທີ່ເກາະຄິວຊູທາງພາກໃຕ້ຂອງຍີ່ປຸ່ນ ໄດ້ຮັບຄວາມເສຍຫາຍຢ່າງໜັກຈາກໄພນ້ຳຖ້ວມ ພາຍຫຼັງທີ່ລະດັບນ້ຳຫຼາຍສາຍລົ້ນຝັ່ງເຂົ້າຖ້ວມເສັ້ນທາງ ແລະ ບ້ານເຮືອນປະຊາຊົນ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນຫຼາຍພັນຄົນຕ້ອງອົບພະຍົບອອກຈາກເຂດນ້ຳຖ້ວມໄປພັກເຊົາຊົ່ວຄາວຕາມສະຖານທີ່ທີ່ທາງການຈັດໄວ້ໃຫ້ເຊັ່ນ: ໂຮງຮຽນ ແລະ ຕຶກອາຄານຂອງລັດ, ແຕ່ຍັງມີຫຼາຍຄົນທີ່ຕົກຄ້າງຢູ່ເຂດນ້ຳຖ້ວມ ເຮັດໃຫ້ໜ່ວຍກູ້ໄພສຸກເສີນຕ້ອງບຸກກອງຕົ້ມຂະໜາດໃຫຍ່ ທ່າມກາງສາຍຝົນເພື່ອເຂົ້າໄປຊ່ວຍເຫຼືອ.

ສຳນັກຂ່າວກຽວໂຕລາຍງານວ່າ ມີປະຊາຊົນປະມານ 250 ຄົນຖືກຕັດຂາດຈາກພາຍນອກເມື່ອວັນອາທິດທີ່ຜ່ານມາ, ຂົວທີ່ເພ ແລະ ນ້ຳຖ້ວມຂັງຕາມແລວພູເປັນອຸປະສັກຕໍ່ຄວາມພະຍາຍາມທີ່ຈະເຂົ້າໄປຊ່ວຍເຫຼືອ,​ກຽວໂຕລາຍງານວ່າ ມີຜູ້ເສຍຊີວິດແລ້ວ 20 ຄົນ ແລະ ສູນຫາຍອີກກວ່າ 20 ຄົນ ໃນແຂວງຟູຈຸໂອກະ ແລະ ແຂວງໂອອິຕະ, ໂດຍໂຄສົກລັດຖະບານຍີ່ປຸ່ນຖະແຫຼງວ່າ ລັດຖະບານຈະດຳເນີນການຢ່າງສຸດຄວາມສາມາດເພື່ອຄົ້ນຫາຜູ້ສູນຫາຍ ແລະ ຜູ້ທີ່ຍັງຕົກຄ້າງຢູ່ໃນເຂດປະສົບໄພນ້ຳຖ້ວມ.

No comments

Powered by Blogger.