ອິຣັກປະກາດໄຊຊະນະ ປົດປ່ອຍເມືອງໂມຊຸນ ຈາກກຸ່ມ IS ໄດ້ແລ້ວ - ອິດສະຫຼະ

ອິຣັກປະກາດໄຊຊະນະ ປົດປ່ອຍເມືອງໂມຊຸນ ຈາກກຸ່ມ IS ໄດ້ແລ້ວ



ສຳນັກຂ່າວຕ່າງປະເທດລາຍງານ 10 ກໍລະກົດ 2017 ວ່າ: ທ່ານ ໄຮເດີ ອັນ-ອາບາດີ ນາຍົກລັດຖະມົນຕີອິຣັກ ປະກາດໄຊຊະນະໃນການປົດປ່ອຍເມືອງໂມຊຸນຂອງອິຣັກໄດ້ສຳເລັດ ພາຍຫຼັງທີ່ເມືອງໂມຊຸນຖືກກຸ່ມກຳລັງລັດອິດສະລາມ (IS) ຢຶດຄອງ ແລະ ຕໍ່ສູ້ກັນມາເຖິງ 9 ເດືອນ.


ຂ່າວລະບຸວ່າ ທ່ານ ອາບາດີ ໄດ້ເດີນທາງໄປຍັງເມືອງໂມຊຸນ ເພື່ອຖະແຫຼງໄຊຊະນະໃນການປົດປ່ອຍເມືອງໂມຊຸນ ພ້ອມກັບສະແດງຄວາມຍີນດີກັບບັນດານັກຮົບຜູ້ກ້າຫານ ແລະ ປະຊາຊົນອິຣັກ ທີ່ປະສົບຄວາມສຳເລັດໃນການໄດ້ມາເຊິ່ງໄຊຊະນະຄັ້ງສຳຄັນ.


ເຊິ່ງກອງທັບອິຣັກໄດ້ເປີດສາກໃນປະຕິບັດການຕໍ່ສູ້ປົດປ່ອຍເມືອງໂມຊຸນເມື່ອເດືອນ ຕຸລາ ປີທີ່ຜ່ານມາ ທຳອິດຄືການຫາທາງເຂົ້າໄປໃນເມືອງໃຫ້ໄດ້ ເພື່ອຢຶດຄືນຝັ່ງຕາເວັນອອກຂອງເມືອງ ຈາກນັ້ນໄດ້ຂ້າມໄປຝັ່ງຕາເວັນຕົກ ເຊິ່ງຖືເປັນຈຸດທີ່ມີການສູ້ຮົບກັນດຸເດືອດທີ່ສຸດ ຜົນຈາກການສູ້ຮົບເຮັດໃຫ້ເກີດການສູນເສຍຫຼາຍທີ່ສຸດໂດຍສະເພາະປະຊາຊົນ ນອກຈາກນັ້ນຊາວເມືອງກວ່າ 900,000 ຄົນ ຕ້ອງອົບພະຍົບໜີອອກຈາກເມືອງ ມີພຽງສ່ວນໜ້ອຍເທົ່ານັ້ນທີ່ກັບມາ.


ກຸ່ມຫົວຮຸນແຮງ IS ຢືດເນື້ອທີ່ສ່ວນໃຫຍ່ທາງພາກເໜືອ ແລະ ຕາເວັນຕົກຂອງນະຄອນຫຼວງແບກແດດເມື່ອປີ 2014 ແຕ່ທະຫານກອງທັບອິຣັກເຊິ່ງໄດ້ຮັບການສະໜັບສະໜູນຈາກກອງທັບສະຫະລັດອາເມຣິກາໃນປະຕິບັດການໂຈມຕີທາງອາກາດ ສາມາດຢຶດຄືນໄດ້ບາງສ່ວນກັບມາ, ເຖິງຢ່າງໃດກໍ່ຕາມການຢຶດຄືນເມືອງໂມຊຸນມາໄດ້ນັ້ນ ບໍ່ໄດ້ຫຼາຍຄວາມວ່າຈະສິ້ນສຸດໄພຮຸກຮານຈາກ IS ທີ່ຍັງຢຶດຄອງເຂດອື່ນໆໃນອິຣັກ ແລະ ຍັງສາມາດເປີດສາກການໂຈມຕີດ້ວຍລະເບີດຢູ່ເປັນປະຈຳໃນເຂດທີ່ລັດຖະບານອິຣັກປົກຄອງ.

No comments

Powered by Blogger.