ຈາກຜົນສຳຫຼວດຄົນຍີ່ປຸ່ນບໍ່ສົນໃຈເພດສຳພັນ, ແຕ່ງດອງກັນໜ້ອຍລົງ, ຄົນໂສດເພີ່ມ, ການເກີດຫຼຸດລົງ - ອິດສະຫຼະ

ຈາກຜົນສຳຫຼວດຄົນຍີ່ປຸ່ນບໍ່ສົນໃຈເພດສຳພັນ, ແຕ່ງດອງກັນໜ້ອຍລົງ, ຄົນໂສດເພີ່ມ, ການເກີດຫຼຸດລົງ



ສະຖາບັນວິໄຈປະຊາກອນ ແລະ ສັງຄົມແຫ່ງຊາດຍີ່ປຸ່ນລາຍງານວ່າ 43% ຂອງຜູ້ຊາຍອາຍຸລະຫວ່າງ 18-34 ປີ ຍັງບໍ່ເຄີຍມີເພດສຳພັນເລີຍຈັກຄັ້ງ, ສ່ວນຜູ້ຍິງໃນໄວດຽວກັນທີ່ບໍ່ເຄີຍມີເພດສຳພັນມີອັດຕາສ່ວນສູງເຖິງ 64%.

ກ່ອນໜ້ານີ້ສະຖາບັນດັ່ງກ່າວເຄີຍສຳຫຼວດວ່າ ຜູ້ຊາຍອາຍຸ 50 ປີ ເກືອບ 1 ໃນ 4 ຍັງບໍ່ໄດ້ແຕ່ງດອງ, ເຊັ່ນດຽວກັນກັບ 1 ໃນ 7 ຂອງຜູ້ຍິງຍີ່ປຸ່ນອາຍຸ 50 ປີ ຍັງບໍ່ແຕ່ງດອງ ຖືເປັນຕົວເລກສູງສຸດນັບຕັ້ງແຕ່ເລີ່ມເກັບຂໍ້ມູນໃນປີ 1920.

ກະແສດັ່ງກ່າວເກີດຂຶ້ນເນື່ອງຈາກສັງຄົມກົດດັນໃຫ້ແຕ່ງດອງໜ້ອຍລົງ ເຊັ່ນດຽວກັບຄົນໄວໜຸ່ມຂອງຍີ່ປຸ່ນທີ່ເປັນຫ່ວງເລື່ອງການເງິນ, ນອກຈາກນີ້ສະຖາບັນດັ່ງກ່າວຍັງຄາດວ່າ ຈຳນວນຄົນໂສດໃນຍີ່ປຸ່ນໜ້າຈະເພີ່ມຂຶ້ນ ເພາະມີຜົນສຳຫຼວດພົບວ່າໄວໜຸ່ມຍີ່ປຸ່ນທີ່ບໍ່ມີຄວາມຄິດຈະແຕ່ງດອງມີຈຳນວນເພີ່ມຂຶ້ນ.

ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຍີ່ປຸ່ນລາຍງານວ່າ ອັດຕາການເກີດຂອງຍີ່ປຸ່ນ ຫຼຸດລົງຈົນເຫຼືອບໍ່ເຖິງ 1 ລ້ານຄົນ ເປັນຄັ້ງທຳອິດເມື່ອປີ 2016 ດ້ານສະຖາບັນວິໄຈປະຊາກອນ ແລະ ສັງຄົມແຫ່ງຊາດຄາດວ່າ ປະຊາກອນຍີ່ປຸ່ນ ເຊິ່ງມີຢູ່ 127 ລ້ານຄົນ ໃນປັດຈຸບັນ ຈະຫຼຸດລົງຈົນເຫຼືອພຽງເກືອບ 40 ລ້ານໃນປີ 2065

No comments

Powered by Blogger.