ຜູ້ນຳ G-20 ພ້ອມໃຈກັນຕັດຫາງ ສ.ອາເມຣິກາ ທີ່ມີຈຸດຢືນແຕກແຍກຈາກປະເທດອື່ນເລື່ອງບັນຫາໂລກຮ້ອນ - ອິດສະຫຼະ

ຜູ້ນຳ G-20 ພ້ອມໃຈກັນຕັດຫາງ ສ.ອາເມຣິກາ ທີ່ມີຈຸດຢືນແຕກແຍກຈາກປະເທດອື່ນເລື່ອງບັນຫາໂລກຮ້ອນ



ສຳນັກຂ່າວຕ່າງປະເທດລາຍງານ 9 ກໍລະກົດ 2017 ວ່າ: ທ່ານນາງ ອັງເກລາ ແມເຄີ ນາຍົກລັດຖະມົນຕີເຢຍລະມັນ ໄດ້ສະແດງທັກສະຜູ້ໄກ່ເກ່ຍທີ່ດີເລີດໃນການບັນລຸເປົ້າໝາຍຫຼັກຂອງການປະຊຸມສຸດຍອດ G-20 ຂອງຜູ້ນຳກຸ່ມປະເທດເສດຖະກິດຂະໜາດໃຫຍ່ ທີ່ເມືອງຮຳບວກ ປະເທດເຢຍລະມັນ ດ້ວຍການໂອ່ນອ່າງໃຫ້ຜູ້ນຳປະເທດຕ່າງໆ ສະໜັບສະໜູນຖະແຫຼງການຮ່ວມພຽງສະບັບດຽວທີ່ສົ່ງເສີມການຄ້າ, ການເງິນ, ພະລັງງານ ແລະ ອາຟຣິກາ.

ເຖິງຢ່າງໃດກໍ່ຕາມຄວາມແຕກແຍກລະຫວ່າງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ທີ່ໄດ້ຮັບການເລືອກໃຫ້ເປັນປະທານປະເທດພາຍໃຕ້ຄຳຂວັນ "ອາເມຣິກາຕ້ອງມາກ່ອນ" ກັບຜູ້ນຳອີກ 19 ປະເທດ ໄດ້ປາກົດຂຶ້ນຢ່າງຊັດເຈນ ພາຍຫຼັງເມື່ອເດືອນທີ່ຜ່ານມານັ້ນ ປ.ທຳ ປະກາດນຳ ສ.ອາເມຣິກາ ຖອນຕົວຈາກສົນທິສັນຍາປາຣີສວ່າດ້ວຍການປ່ຽນແປງດິນຟ້າອາກາດ ທີ່ເປັນຂໍ້ຕົກລົງເພື່ອແກ້ໄຂບັນຫາໂລກຮ້ອນທີ່ປະເທດຕ່າງໆໃນໂລກຮ່ວມລົງນາມກັນມາຕັ້ງແຕ່ 2 ປີກ່ອນທີ່ປາຣີສ ປະເທດຝຣັ່ງ.

ທ່ານນາງ ແມເຄີ ໃຫ້ສຳພາດຜູ້ສື່ຂ່າວພາຍຫຼັງປິດກອງປະຊຸມຜູ້ນຳ G-20 ວ່າ: ໃນທີ່ສຸດແລ້ວ ການເຈລະຈາເລື່ອງໂລກຮ້ອນສະທ້ອນໃຫ້ເຫັນວ່າ ສະມາຊິກທັງໝົດບໍ່ເຫັນດີກັບ ສ.ອາເມຣິກາ ນອກຈາກນັ້ນການເຈລະຈາການຄ້າກໍ່ມີບັນຫາຫຼາຍຢ່າງ ເນື່ອງຈາກຈຸດຢືນທີ່ສະເພາະເຈາະຈົງຂອງ ສ.ອາເມຣິກາ ອີກເຊັ່ນກັນ.

ການທີ່ ປ.ທຣຳ ນຳ ສ.ອາເມຣິກາ ດ້ວຍນະໂຍບາຍການທູດແບບຝ່າຍດຽວ ເຮັດໃຫ້ຖານະຜູ້ນຳໂລກຂາດຄວາມໝັ້ນໃຈຈາກບັນດາພັນທະມິດດັ້ງເດີມ ແລະ ເປັນການເປີດທາງໃຫ້ຈີນໄດ້ພົ້ນເດັ່ນຂຶ້ນເປັນມະຫາອຳນາດ ແລະ ເພີ່ມບົດບາດຂອງຈີນໃນເວທີສາກົນ.

No comments

Powered by Blogger.