ເກົາຫຼີເໜືອເຕືອນ ສ.ອາເມຣິກາ-ເກົາຫຼີໃຕ້ວ່າ "ຢ່າຫຼິ້ນໄຟໃກ້ໝື້" ພາຍຫຼັງທີ່ເຝິກຊ້ອມໂຈມຕີດ້ວຍຍົນຖິ້ມລະເບີດ - ອິດສະຫຼະ

ເກົາຫຼີເໜືອເຕືອນ ສ.ອາເມຣິກາ-ເກົາຫຼີໃຕ້ວ່າ "ຢ່າຫຼິ້ນໄຟໃກ້ໝື້" ພາຍຫຼັງທີ່ເຝິກຊ້ອມໂຈມຕີດ້ວຍຍົນຖິ້ມລະເບີດ



ສຳນັກຂ່າວຕ່າງປະເທດລາຍງານ 9 ກໍລະກົດ 2017 ວ່າ: ໜັງສືພິມໂຣດອງຂອງທາງການເກົາຫຼີເໜືອສະບັບປະຈຳມື້ນີ້ໄດ້ລົງຫົວຂໍ້ "ຢ່າຫຼິ້ນໄຟໃກ້ໝື້" ໂດຍມີເນື້ອໃນລະບຸວ່າ: ສະຫະລັດອາເມຣິກາ ກຳລັງດຳເນີນການຍຸຍົງທາງການທະຫານ ເພື່ອຊຸກດັນໃຫ້ເກີດສົງຄາມຢູ່ແຫຼມເກົາຫຼີ, ການທີ່ ສ.ອາເມຣິກາ ແລະ ເກົາຫຼີໃຕ້ຮ່ວມຊ້ອມຮົບ ໂດຍໃຊ້ຍົນຖິ້ມລະເບີດດ້ວຍອາວຸດຈິງຈຳລອງເຫດການທຳລາຍຂີປະນາວຸດ ແລະ ໂຈມຕີກອງບັນຊາການໃຕ້ດິນຂອງເກົາຫຼີເໜືອໃນມື້ວານນີ້ນັ້ນ ຖືເປັນເດີມພັນທາງທະຫານທີ່ອັນຕະຫຼາຍທີ່ສຸດຂອງພວກກະຫາຍສົງຄາມ ທີ່ພະຍາຍາມຈູດຊະນວນສົງຄາມນິວເຄຼຍຢູ່ແຫຼມເກົາຫຼີທີ່ຖືວ່າເປັນວັດຖຸໄວໄຟຂະໜາດໃຫຍ່ທີ່ສຸດຂອງໂລກ, ການຕັດສິນໃຈທີ່ຜິດພາດພຽງແຕ່ໜ້ອຍດຽວກໍ່ອາດນຳມາເຊິ່ງຈຸດເລີ່ມຕົ້ນຂອງສົງຄາມນິວເຄຼຍໄດ້ທັນທີ ແລະ ຈະເຮັດໃຫ້ເກີດສົງຄາມໂລກຄັ້ງໃໝ່ຂຶ້ນຢ່າງບໍ່ສາມາດຫຼີກລ້ຽງໄດ້.

ຍົນຖິ້ມລະເບີດຂອງ ສ.ອາເມຣິກາ ແລະ ເກົາຫຼີໃຕ້ 4 ລຳເຝິກຊ້ອມດ້ວຍອາວຸດຈິງຢູ່ແຂວງຢອງວອນ ຫ່າງຈາກເຂດປອດທະຫານໄປທາງທິດໃຕ້ 80 ກິໂລແມັດໃນມື້ວານນີ້, ພາຍຫຼັງທີ່ເກົາຫຼີເໜືອທົດລອງຂີປະນາວຸດຂ້າມທະວີບປະສົບຄວາມສຳເລັດຄັ້ງທຳອິດເມື່ອຕອນເຊົ້າຂອງວັນອັງຄານທີ່ຜ່ານມາ.

No comments

Powered by Blogger.