ສ.ອາເມຣິກາ ທົດສອບລະບົບປ້ອງກັນຂີປະນາວຸດ THAAD ສາມາດສະກັດເປົ້າໝາຍໄດ້ຢ່າງແມ້ນຢຳ - ອິດສະຫຼະ

ສ.ອາເມຣິກາ ທົດສອບລະບົບປ້ອງກັນຂີປະນາວຸດ THAAD ສາມາດສະກັດເປົ້າໝາຍໄດ້ຢ່າງແມ້ນຢຳ



ສຳນັກຂ່າວຕ່າງປະເທດລາຍງານ 12 ກໍລະກົດ 2017 ວ່າ: ສຳນັກງານປ້ອງກັນຂີປະນາວຸດສະຫະລັດອາເມຣິກາ (MDA) ອອກຖະແຫຼງການເມື່ອວັນອັງຄານທີ່ຜ່ານມາວ່າ ໄດ້ມີການທົດລອງປະສິດທິພາບຂອງລະບົບປ້ອງກັນຂີປະນາວຸດເພດານສູງ "THAAD" ທີ່ເມືອງໂຄດິແອດ ໃນລັດອະແລສກາ ໂດຍລະບົບສາມາດຍິງສະກັດເປົ້າໝາຍຂີປະນາວຸດພິໄສກາງ (IRBM) ຈຳລອງ ເຊິ່ງເປັນຂີປະນາວຸດທີ່ເຄື່ອນທີ່ໄວ ແລະ ສະກັດໄດ້ຍາກກວ່າຂີປະນາວຸດພິໄສໃກ້ ຍິງອອກຈາກຍົນຂົນສົ່ງທາງທະຫານ C-17 ທີ່ບິນຢູ່ເໜືອລັດຮາວາຍ, ຖືເປັນສະຖິຕິຄວາມສຳເລັດໃນອັດຕາ 100% ນັບຕັ້ງແຕ່ການທົດສອບລະບົບ THAAD ມາແລ້ວ 14 ຄັ້ງ ໃນຮອບ 1 ທົດສະວັດທີ່ຜ່ານມາ ແລະ ເປັນຄັ້ງທຳອິດທີ່ມີການທົດສອບສະກັດເປົ້າໝາຍ IRBM ອີກດ້ວຍ.


No comments

Powered by Blogger.