ແຜ່ນນ້ຳກ້ອນຂະໜາດໃຫຍ່ເຖິງ 1.5 ເທົ່າຂອງນະຄອນຫຼວງວຽງຈັນ ແຕກອອກຈາກແຜ່ນທະວີບຂົ້ວໂລກໃຕ້ - ອິດສະຫຼະ

ແຜ່ນນ້ຳກ້ອນຂະໜາດໃຫຍ່ເຖິງ 1.5 ເທົ່າຂອງນະຄອນຫຼວງວຽງຈັນ ແຕກອອກຈາກແຜ່ນທະວີບຂົ້ວໂລກໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 13 ກໍລະກົດ 2017 ວ່າ: ທີມນັກວິທະຍາສາດທີ່ຕິດຕາມການເປື່ອຍລະລາຍຂອງແຜ່ນນ້ຳກ້ອນຢູ່ຂົ້ວໂລກໃຕ້ ຈາກ Swansea University ປະເທດອັງກິດຖະແຫຼງວ່າ ແຜ່ນນ້ຳກ້ອນເຊິ່ງເປັນໜຶ່ງໃນຈຳນວນແຜ່ນນ້ຳກ້ອນຂະໜາດໃຫຍ່ທີ່ສຸດໃນໂລກເທົ່າທີ່ເຄີຍບັນທຶກເອົາໄວ້ໄດ້ນັ້ນ ໄດ້ແຕກອອກຈາກແຜ່ນທະວີບຂອງຂົ້ວໂລກໃຕ້ ຫຼື ມະຫາສະໝຸດອັງຕາກຕິກ ເຊິ່ງເຫດດັ່ງກ່າວເກີດຂຶ້ນໃນລະຫວ່າງວັນທີ 10-12 ກໍລະກົດ 2017 ທີ່ຜ່ານມາ, ແຜ່ນນ້ຳກ້ອນດັ່ງກ່າວທີ່ແຍກອອກຈາກແຜ່ນທະວີບນັ້ນ ຈະກາຍເປັນພູນ້ຳກ້ອນຂະໜາດໃຫຍ່ໃນມະຫາສະໝຸດ ໂດຍມີເນື້ອທີ່ 6,000 ຕາລາງກິໂລແມັດ, ມີນ້ຳໜັກປະມານ 1.2 ລ້ານລ້ານໂຕນ ແລະ ມີຂະໜາດທຽບເທົ່າ 1.5 ເທົ່າຂອງນະຄອນຫຼວງວຽງຈັນ.


ທາງທີມນັກວິທະຍາສາດໄດ້ຕັ້ງຊື່ໃຫ້ມັນວ່າ A68, ການເຊາະເຈື່ອນຂອງແຜ່ນນ້ຳກ້ອນຢູ່ຂົ້ວໂລກໃຕ້ນັ້ນ ເກີດຂຶ້ນເປັນປະຈຳ ແຕ່ຄັ້ງນີ້ມັນມີຂະໜາດໃຫຍ່ຫຼາຍ ເຊິ່ງທາງນັກວິທະຍາສາດຕ້ອງຕິດຕາມ ເນື່ອງຈາກເປັນຫວ່າງວ່າຈະມີຜົນກະທົບຕໍ່ການເດີນທາງເຮືອໃນມະຫາສະໜຸດ.

No comments

Powered by Blogger.