ໂຄງການລົດໄຟລາວ-ຈີນ ຄືບໜ້າຫຼາຍກວ່າ 20% ສ່ວນຜົນກະທົບຈາກການເຈາະອຸມົງເຮັດໃຫ້ເຮືອນປະຊາຊົນແຕກແຫງກໍ່ໄດ້ຮັບການແກ້ໄຂ - ອິດສະຫຼະ

ໂຄງການລົດໄຟລາວ-ຈີນ ຄືບໜ້າຫຼາຍກວ່າ 20% ສ່ວນຜົນກະທົບຈາກການເຈາະອຸມົງເຮັດໃຫ້ເຮືອນປະຊາຊົນແຕກແຫງກໍ່ໄດ້ຮັບການແກ້ໄຂ



ໜັງສືພິມລາວພັດທະນາລາຍງານເມື່ອວັນທີ 12 ກໍລະກົດ 2017 ທີ່ຜ່ານມາວ່າ: ທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເປີດເຜີຍໃຫ້ຮູ້ວ່າ: ມາຮອດປັດຈຸບັນບໍລິສັດຮັບເໝົາກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ມີການຕັ້ງແຄ້ມແບບສົມບູນ 100 ກວ່າແຫ່ງ, ສຳເລັດຕັ້ງໂຮງງານເບຕົງ, ໂຮງງານຫຼອມເຫຼັກໃນທຸກຊ່ວງການກໍ່ສ້າງ, ເຈາະອຸມົງ 48 ອຸມົງຍາວ 3,500 ກວ່າແມັດ, ສ້າງທາງຍາວ 450 ກິໂລແມັດ ແລະ ດຶງສາຍໄຟຟ້າເຂົ້າໃນສະໜາມກໍ່ສ້າງໄດ້ແລ້ວຫຼາຍກວ່າ 300 ກິໂລແມັດ, ໂດຍລວມເຫັນວ່າມີຄວາມຄືບໜ້າປະມານ 24% ຂອງແຜນການປີ ແລະ ໃນຊ່ວງລະດູຝົນນີ້ຜູ້ຮັບເໝົາໄດ້ສຸມໃສ່ວຽກງານເຈາະອຸມົງ.

ທ່ານຍັງໄດ້ກ່າວຕື່ມວ່າ: ສ່ວນບັນຫາມີເຮືອນປະຊາຊົນຈຳນວນໜຶ່ງຢູ່ ບ້ານນາເຕີຍ ແຂວງຫຼວງນ້ຳທາ ເກີດຄວາມເສຍຫາຍຄື ມີຮອຍແຕກແຫງ ຍ້ອນໄດ້ຮັບຜົນກະທົບຈາກການເຈາະອຸມົງ ແລະ ສົ່ງສຽງດັງລົບກວນໃນຕອນກາງຄືນນັ້ນ, ຕໍ່ບັນຫາດັ່ງກ່າວບໍລິສັດຮັບເໝົາໄດ້ເຮັດບົດບັນທຶກກັບປະຊາຊົນຜູ້ໄດ້ຮັບຜົນກະທົບເພື່ອໃຊ້ແທນຄືນ ແລະ ການເຈາະອຸມົງແມ່ນໃຫ້ປະຕິບັດຮອດເວລາ 21:00 ໂມງ ເພື່ອບໍ່ໃຫ້ລົບກວນປະຊາຊົນໃນເວລາຫຼັບນອນ.

ນອກຈາກນີ້ທ່ານຍັງໄດ້ກ່າວຕື່ມວ່າ: ໂຄງການທາງລົດໄຟລາວ-ຈີນ ເປັນໂຄງການທີ່ມີຄວາມສຳຄັນທີ່ສຸດຂອງລັດຖະບານ. ສະນັ້ນ, ຈຶ່ງມີການຈັດຕັ້ງຄົບທຸກຂະແໜງການເພື່ອອຳນວຍຄວາມສະດວກ, ຄຸ້ມຄອງ ແລະ ສອດຄ່ອງຕາມລະບຽບກົດໝາຍ, ອັນສຳຄັນຕ້ອງໃຫ້ໂຄງການໄດ້ຮັບການສະໜັບສະໜູນຈາກປະຊາຊົນ ແລະ ຮັບປະກັນທາງດ້ານສິ່ງແວດລ້ອມ ແລະ ສັງຄົມ.

No comments

Powered by Blogger.