ເຕືອນໄພ...! ພາຍຸຕາລາສ ຂຶ້ນຝັ່ງຫວຽດນາມຄືນນີ້ ກ່ອນຈະເຄື່ອນຕົວເຂົ້າແຂວງບໍລິຄຳໄຊ ຂອງ ສປປ.ລາວ - ອິດສະຫຼະ

ເຕືອນໄພ...! ພາຍຸຕາລາສ ຂຶ້ນຝັ່ງຫວຽດນາມຄືນນີ້ ກ່ອນຈະເຄື່ອນຕົວເຂົ້າແຂວງບໍລິຄຳໄຊ ຂອງ ສປປ.ລາວ



ພາຍຸຕາລາດ (TALAS) ກຳລັງເຄື່ອນຕົວມາທາງທິດຕາເວັນຕົກດ້ວຍຄວາມໄວລົມໃກ້ຈຸດສູນກາງ 92 ກິໂລແມັດ/ຊົ່ວໂມງ ຄາດວ່າຈະຂຶ້ນຝັ່ງຫວຽດນາມໃນຄືນນີ້ (16/07/2017) ເວລາປະມານ 23:00 ກ່ອນຈະເຄື່ອນຕົວຜ່ານປະເທດຫວຽດນາມເຂົ້າສູ່ປະເທດລາວ ໃນເຂດແຂວງບໍລິຄຳໄຊ, ໄຊສົມບູນ, ນະຄອນຫຼວງວຽງຈັນ ແລະ ໄຊຍະບູລີ ໃນວັນທີ 17/07/2017. ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົດພັດແຮງຢູ່ເຂດແຂວງຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ ລົງຫາແຂວງພາກກາງ ແລະ ພາກໃຕ້.


ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບນ້ຳຖ້ວມຊຸ, ດິນເຈື່ອນ, ນ້ຳຖ້ວມອັ່ງຢູ່ບັນດາແຂວງດັ່ງກ່າວ ໃນໄລຍະວັນທີ 16-18/07/2017 ນີ້, ພ້ອມນີ້ຂໍ້ໃຫ້ເກັບມ້ຽນວັດຖຸສິ່ງຂອງໄວ້ບ່ອນທີ່ສູງ ພ້ອມທັງເຄື່ອນຍ້າຍສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.



No comments

Powered by Blogger.