ເກົາຫຼີໃຕ້ຂໍເຈລະຈາທາງການທະຫານກັບເກົາຫຼີເໜືອ ເພື່ອຢຸດຕິກິດຈະກຳທີ່ບໍ່ເປັນມິດ - ອິດສະຫຼະ

ເກົາຫຼີໃຕ້ຂໍເຈລະຈາທາງການທະຫານກັບເກົາຫຼີເໜືອ ເພື່ອຢຸດຕິກິດຈະກຳທີ່ບໍ່ເປັນມິດ



ສຳນັກຂ່າວຕ່າງປະເທດລາຍງານ 17 ກໍລະກົດ 2017 ວ່າ: ທ່ານ ຊູ ຊູ-ຊັອກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດເກົາຫຼີໃຕ້ຖະແຫຼງວ່າ: ໄດ້ຍື່ນເລື່ອງການຕິດຕໍ່ໄປຍັງລັດຖະບານເກົາຫຼີເໜືອ ເພື່ອຂໍໃຫ້ມີການສົ່ງເຈົ້າໜ້າທີ່ລະດັບສູງທາງທະຫານມາປະຊຸມຮ່ວມກັນໃນວັນສຸກທີ 21 ກໍລະກົດ 2017 ນີ້ ເພື່ອຫາລືກ່ຽວກັບການຢຸດຕິກິດຈະກຳທີ່ບໍ່ເປັນມິດ ທີ່ມີແຕ່ຈະຍິ່ງເພີ່ມຄວາມເຄັ່ງຕຶງໃຫ້ແກ່ບັນຍາກາດຢູ່ແຫຼມເກົາຫຼີ ໂດຍສະເພາະຢ່າງຍິ່ງບໍລິເວນເຂດປອດທະຫານ (DMC).

ເຊິ່ງທ່ານ ຊູ ບໍ່ໄດ້ລົງເລິກລາຍລະອຽດວ່າ "ກິດຈະກຳທີ່ບໍ່ເປັນມິດ" ແມ່ນຫຍັງ? ການຍື່ນຂໍ້ສະເໝີດັ່ງກ່າວຂອງລັດຖະບານເກົາຫຼີໃຕ້ຖືເປັນຄັ້ງທຳອິດຢ່າງເປັນທາງການ ໃນສະໄໝຂອງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ຄົນປັດຈຸບັນ.


No comments

Powered by Blogger.