ແຈ້ງເຕືອນດ່ວນ...! ເລື່ອງໄພນ້ຳຖ້ວມ ຂໍໃຫ້ປະຊາຊົນຜູ້ອາໄສຕາມລ້ອງເຊບັ້ງໄຟລະມັດລະວັງ - ອິດສະຫຼະ

ແຈ້ງເຕືອນດ່ວນ...! ເລື່ອງໄພນ້ຳຖ້ວມ ຂໍໃຫ້ປະຊາຊົນຜູ້ອາໄສຕາມລ້ອງເຊບັ້ງໄຟລະມັດລະວັງ



ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງເຕືອນສະບັບເລກທີ 0649/ກອຕທ ລົງວັນທີ 18 ກໍລະກົດ 2017 ວ່າ: ຮ່ອງຝົນໄດ້ພາດຜ່ານເຂດພາກເໜືອຫາພາກກາງຂອງ ສປປ.ລາວ ແລະ ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ທີ່ມີກຳລັງແຮງປານກາງພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງໄດ້ເຮັດໃຫ້ມີຝົນຕົກຕິດຕໍ່ກັນຫຼາຍວັນໃນລະດັບຄ່ອຍ ຫາ ປານກາງຢູ່ເປັນບໍວິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນເຂດພາກເໜືອລົງຫາພາກກາງ ເຮັດໃຫ້ລະດັບເຊບັ້ງໄຟສູງຂຶ້ນໄວສົມຄວນ ເຊິ່ງຄາດຄະເນວ່າລະດັບນ້ຳຕາມລ້ອງເຊບັ້ງໄຟຍັງຈະສູງຂຶ້ນຕື່ມອີກ ເຊິ່ງອາດຈະຂຶ້ນເຖິງເຂດລະວັງໄພ ແລະ ເຂດອັນຕະລາຍ ໃນໄລຍະ 2-3 ວັນຕໍ່ໜ້າ.

ສະນັ້ນ, ຈຶ່ງຂໍ້ແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ຕາມລ້ອງນ້ຳເຊບັ້ງໄຟນັບແຕ່ເມືອງມະຫາໄຊ, ເມືອງເຊບັ້ງໄຟ ລົງໄປຫາປາກນ້ຳເຊບັ້ງໄຟ ຂໍໃຫ້ມີສະຕິຕໍ່ສະພາບຝົນຕົກ, ນ້ຳຖ້ວມຍິ່ງ ທີ່ອາດຈະເກີດຂຶ້ນ ແລະ ເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າພ້ອມທັງສັດລ້ຽງໄວ້ບ່ອນທີ່ປອດໄພ. ພ້ອມທີ່ກໍ່ຂໍໃຫ້ຕິດຕາມການລາຍງານສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.

No comments

Powered by Blogger.