ລັດຖະບານຫວຽດນາມ ປະດັບຫຼຽນໄຊໃຫ້ແກ່ການນຳຂັ້ນສູງຂອງ ສປປ.ລາວ - ອິດສະຫຼະ

ລັດຖະບານຫວຽດນາມ ປະດັບຫຼຽນໄຊໃຫ້ແກ່ການນຳຂັ້ນສູງຂອງ ສປປ.ລາວ



ເນື່ອງໃນໂອກາດສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18/07/1977-18/07/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ (05/09/1962 – 05/09/2017). ດັ່ງນັ້ນ, ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2017 ທີ່ຫໍປະຊຸມແຫ່ງຊາດ ສະຫາຍ ນາງ ຕ່ອງ ຖິ ຟ້ອງ ກຳມະການກົມການເມືອງສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ແກ່ ພັກກອມມູນິດຫວຽດນາມ ແລະ ລັດຖະບານ ສສ ຫວຽດນາມ ປະດັບຫຼຽນໄຊ ໃຫ້ແກ່ການນຳຂັ້ນສູງຂອງ ພັກ ແລະ ລັດຖະບານລາວ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ.ລາວ ເຊິ່ງມີບັນດາການນຳຂັ້ນສູງຂອງສອງພັກ-ສອງລັດ ເຂົ້າຮ່ວມ.

ພິທີປະດັບຫຼຽນໄຊ ເທື່ອນີ້ ເປັນການຍ້ອງຍໍຊົມເຊີຍ ຕໍ່ບັນດາການນຳຂັ້ນສູງຂອງ ພັກ ແລະ ລັດຖະບານລາວ ຈຳນວນ 10 ສະຫາຍ ທີ່ມີຄຸນງາມຄວາມດີ ແລະ ຜົນງານອັນດີເດັ່ນ ໃນການປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນ ຄວາມສາມັກຄີພິເສດ ລາວ-ຫວຽດນາມ. ໃນພິທີຄັ້ງນີ້, ໄດ້ປະດັບຫຼຽນໄຊດາວຄຳ ໃຫ້ແກ່ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ, ປະດັບຫຼຽນໄຊ ໂຮ່ຈີ່ມິນ ໃຫ້ແກ່ກົມການເມືອງສູນກາງພັກ 6 ສະຫາຍ ແລະ ປະດັບຫຼຽນໄຊ ເອກະລາດ ຊັ້ນ I ໃຫ້ແກ່ຄະນະເລຂາທິການສູນກາງພັກ 3 ສະຫາຍ ປປ ລາວ. ພ້ອມນີ້, ສະຫາຍ ນາງ ຕ່ອງ ຖິ ຟ້ອງ ກໍ່ໄດ້ຕີລາຄາສູງ ຕໍ່ການປະກອບສ່ວນອັນສຳຄັນ ຂອງບັນດາສະຫາຍການນຳຂັ້ນສູງຂອງລາວ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ແລະ ສອງລັດຖະບານ ລາວ-ຫວຽດນາມ ນັບຕັ້ງແຕ່ໄລຍະຮ່ວມກັນຕໍ່ສູ້ກູ້ຊາດ ຈາກພວກຈັກກະພັດລ່າເມືອງຂຶ້ນ ຈົນກ້າວມາສູ່ໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

ໂອກາດນີ້, ໂດຍຕາງໜ້າໃຫ້ແກ່ການນຳຂັ້ນສູງຂອງ ພັກ ແລະ ລັດຖະບານລາວ ທີ່ໄດ້ຮັບການຍ້ອງຍໍຄັ້ງນີ້ ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ເປັນຢ່າງສູງ ມາຍັງພັກ ແລະ ລັດຖະບານຫວຽດນາມ ທີ່ໄດ້ມອບຫຼຽນໄຊອັນຊົງກຽດດັ່ງກ່າວ ໃຫ້ແກ່ບັນດາການນຳຂັ້ນສູງຂອງລາວ ໃນເທື່ອນີ້ ເຊິ່ງເປັນກຽດອັນສູງສົ່ງ ຂອງພັກ ແລະ ລັດຖະ ບານລາວ ອັນເປັນການຕີລາຄາສູງ ຕໍ່ການປະກອບສ່ວນທີ່ສຳຄັນ ຂອງບັນດາການນຳລາວ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນພິເສດ ລາວ-ຫວຽດນາມ ໃນຕະຫຼອດຫຼາຍສິບປີທີ່ຜ່ານມາ. ເຖິງວ່າໃນສະພາບການປັດຈຸບັນ ທັງໃນພາກພື້ນ ແລະ ສາກົນ ຈະມີການຜັນແປໄປຢ່າງວ່ອງໄວກໍ່ຕາມ, ການນຳຂອງສອງພັກ, ສອງລັດ ລາວ ແລະ ຫວຽດນາມ ຕ້ອງໄດ້ຮ່ວມມືກັນ ເພື່ອພ້ອມກັນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ໃນການພັດທະນາ ທັງໃນພາກພື້ນ ແລະ ໃນໂລກ. ພ້ອມນີ້, ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມກັບບັນດາສະຫາຍການນຳ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ສືບຕໍ່ປົກປັກຮັກສາ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ທີ່ຫາຍາກ ຢູ່ໃນການພົວພັນສາກົນ ໃຫ້ຄົງຢູ່ນຳສອງຊາດຕະຫຼອດໄປ. ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫຍ່ຫຼວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການ ແກ່ພາລະກິດປະຕິວັດຂອງປະຊາຊົນລາວ ມາໂດຍຕະຫຼອດ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

No comments

Powered by Blogger.