ສັນຍາການຄ້າຊາຍແດນລະຫວ່າງລາວ-ຫວຽດນາມ ໄດ້ກຳນົດສິດທິພິເສດ 3 ລະດັບໃຫ້ແກ່ ສປປ.ລາວ - ອິດສະຫຼະ

ສັນຍາການຄ້າຊາຍແດນລະຫວ່າງລາວ-ຫວຽດນາມ ໄດ້ກຳນົດສິດທິພິເສດ 3 ລະດັບໃຫ້ແກ່ ສປປ.ລາວ



ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 30 ມິຖຸນາ 2017 ວ່າ: ມູນຄ່າການຄ້າສອງສົ້ນລະຫວ່າງລາວ ແລະ ຫວຽດນາມ ບັນລຸ 800 ກວ່າລ້ານໂດລາສະຫະລັດໃນປີ 2016 ຂະນະທີ່ລັດຖະບານຫວຽດນາມໄດ້ໃຫ້ສິດທິພິເສດດ້ານການຄ້າແກ່ລາວ ເພື່ອອຳນວຍຄວາມສະດວກ ແລະ ທັບມ້າງສິ່ງກີດຂວາງບາງຂອດການຄ້າລະຫວ່າງສອງຝ່າຍ.

ຫຼ້າສຸດສອງຝ່າຍໄດ້ຈັດງານສຳມະນາສົ່ງເສີມການຄ້າ ແລະ ການພົບປະນັກທຸລະກິດລາວ-ຫວຽດນາມປະຈຳປີ 2017 ທີ່ຈັດຂຶ້ນໃນວັນທີ 30/06/2017 ທີ່ນະຄອນຫຼວງວຽງຈັນ ແນ່ໃສ່ເຜີຍແຜ່ລະບຽບການຕ່າງໆໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການດຳເນີນທຸລະກິດຮ່ວມກັນຂອງສອງປະເທດໃຫ້ນັບມື້ນັບຫຼາຍຂຶ້ນ ເຊິ່ງມູນຄ່າການຄ້າສອງປະເທດໃນປີ 2016 ມີມູນຄ່າ 823 ລ້ານໂດລາສະຫະລັດ ໃນນັ້ນລາວສົ່ງສິນຄ້າໄປຫວຽດນາມ 345 ລ້ານໂດລາສະຫະລັດ ໃນຂະນະດຽວກັນຫວຽດນາມສົ່ງເຂົ້າມາລາວ 478 ລ້ານໂດລາສະຫະລັດ ເຊິ່ງຈັດເປັນອັນດັບ 3 ທີ່ມີການລົງທຶນກັບລາວ, ໂດຍໃຫ້ກຽດເປັນປະທານໂດຍທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ນັກທຸລະກິດລາວ-ຫວຽດນາມເຂົ້າຮ່ວມ.


ທ່ານ ສົມຈິດ ອິນທະມິດ ໄດ້ກ່າວວ່າ: ການສຳມະນາຄັ້ງນີ້ ແມ່ນໄດ້ເນັ້ນໜັກກ່ຽວກັບເນື້ອໃນສັນຍາການຄ້າສອງຝ່າຍ ແລະ ສິດທິພິເສດທີ່ລາວໄດ້ຮັບຈາກສັນຍາການຄ້າຊາຍແດນລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດນາມ ເຊິ່ງສິດທິພິເສດດ້ານການຄ້າໃຫ້ແກ່ລາວມີ 3 ລະດັບຄື:

1. ເມືອງຊາຍແດນ ເຊິ່ງສັນຍາການຄ້າຊາຍແດນລາວ-ຫວຽດນາມໄດ້ກຳນົດວ່າ: ສິນຄ້າທີ່ຜະລິດ, ສັດທີ່ລ້ຽງ ແລະ ພືດອຸດສາຫະກຳທີ່ປູກໂດຍປະຊາຊົນທີ່ອາໄສຢູ່ຕາມເມືອງຊາຍແດນຂອງ ສປປ.ລາວ ແລະ ໄດ້ຮັບການຢັ້ງຢືນໂດຍເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລາວ ລວມທັງການຢັ້ງຢືນສຸຂະອະນາໄມ-ສຸຂະອະນາໄມພືດ ແລະ ສັດ ແມ່ນຕ້ອງໄດ້ຮັບການຍົກເວັ້ນພາສີນຳເຂົ້າ ແລະ ອາກອນອື່ນໆເມື່ອນຳເຂົ້າຫວຽດນາມ.

2. ລະດັບແຂວງຊາຍແດນ ສິນຄ້າກະສິກຳທີ່ຜະລິດ ແລະ ຍັງບໍ່ທັນໄດ້ປຸງແຕ່ງ, ສັດທີ່ລ້ຽງ ແລະ ພືດອຸດສາຫະກຳທີ່ປູກໂດຍປະຊາຊົນ ແລະ ນັກທຸລະກິດທີ່ອາໄສຢູ່ແຂວງຊາຍແດນຂອງລາວ ພາຍໃຕ້ການລົງທຶນຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍຕ້ອງໄດ້ຮັບການຍົກເວັ້ນອັດຕາພາສີນຳເຂົ້າ, ຍົກເວັ້ນອາກອນມູນຄ່າເພີ່ມ, ຕ້ອງບໍ່ມີການຈຳກັດໂກຕາ ແລະ ຕ້ອງບໍ່ຈຳກັດການອະນຸຍາດນຳເຂົ້າອື່ນໆ ເມື່ອນຳເຂົ້າຫວຽດນາມ.

3. ລະດັບທົ່ວປະເທດ: ຫວຽດນາມຕ້ອງໃຫ້ບູລິມະສິດອັດຕາພາສີ 0% ແກ່ສິນຄ້າທີ່ມີແຫຼ່ງກຳເນີດຈາກ ສປປ.ລາວ ທີ່ລະບຸຢູ່ໃນເອກະສານຊ້ອນທ້າຍ 1 ສະບັບຂອງສັນຍາ ແລະ ເຈົ້າໜ້າທີ່ການຄ້າຂອງ ສປປ.ລາວ ຕ້ອງອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ນຳເຂົ້າໄປຫວຽດນາມ.

No comments

Powered by Blogger.